ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າກອງບັນຊາການທະຫານອາກາດ
ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າກອງບັນຊາການທະຫານອາກາດ ລະຫວ່າງ ກອງບັນຊາການທະຫານອາກາດ ກັບ
ບໍລິສັດວຽງ
ວອນ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2022 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຫຼັກ
ແສງ
ພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ, ຕາງໜ້າກົມຊ່າງແສງ ແລະ ບໍລິສັດວຽງວອນ ກໍ່ສ້າງຂົວທາງ
ຈຳກັດຜູ້
ດຽວ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວິໄລ ອະນຸລັກ ຫົວໜ້າພະແນກ ສະໜາມບິນ ຫ້ອງພະລາທິການ ກອງບັນຊາການທະຫານອາກາດ ໄດ້ຜ່ານສັນຍາຮັບເໝົາກໍ່ສ້າງໂຄງ ການກໍ່ສ້າງເສັ້ນທາງເຂົ້າກອງບັນຊາການທະຫານອາກາດ. ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບໝາຍໂຄງການກໍ່ສ້າງ ສ້ອມແປງເສັ້ນທາງເຂົ້າ-ອອກກອງບັນຊາການທະຫານອາກາດ ອີງຕາມສະພາບເສັ້ນທາງເຂົ້າ-ອອກເດີນບິນເຂດລານຈອດເຮືອບິນມີການຊຸດໂຊມເປ່ເພ່ ດັ່ງ ນັ້ນ ກະຊວງປ້ອງກັນປະເທດ ຕົກລົງມອບໃຫ້ກອງບັນຊາການທະຫານອາກາດເປັນເຈົ້າຂອງໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງເຂົ້າ-ອອກກອງບັນຊາ ການທະຫານອາກາດ ແລະ ຕົກລົງມອບໃຫ້ບໍລິສັດວຽງວອນກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ສ້ອມແປງເສັ້ນທາງເຂົ້າ-ອອກກອງ ບັນຊາການທະຫານອາກາດ ດ້ວຍທຶນຂອງຕົນເອງ 100% ແລ້ວກະຊວງປ້ອງກັນປະເທດ ຈັດສັນທຶນ ແລະ ງົບປະມານຊຳລະຄືນຕາມພາຍຫຼັງ. ໂຄງການກໍ່ ສ້າງດັ່ງກ່າວມີເນື້ອທີ່ທັງທັງໝົດ 1.533.49 ແມັດ, ມີໜ້າທາງກ້ວາງ 6 ແມັດ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ 4.238.170.853.21 ກີບ ມີໄລຍະການ ກໍ່ສ້າງ 30 ວັນພາຍຫຼັງເຊັນສັນຍາເປັນຕົ້ນໄປ. ຈາກນັ້ນທັງສອງຝ່າຍໄດ້ຄົ້ນຄວ້າປຶກສາຫາລືເປັນເອກະພາບຕໍ່ສັນຍາຮັບເໝົາການກໍ່ສ້າງດັ່ງກ່າວ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ທອງພັນ ບຸນສະຫວັດ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານອາກາດ ແລະ ທ່ານ ພູວອນ ຈັນມາລາ ປະທານບໍລິສັດວຽງວອນກໍ່ສ້າງສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກສັນຍາການກໍ່ສ້າງຢ່າງເປັນທາງການ.
ແຫຼ່ງທີ່ມາ: ສີທາ
ວັນທີ 21/10/2022