ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການບົ່ງຕົວເເຕ່ງຕັ້ງ ກໍາມະການຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 6 ພະຈິກ 2025 ນີ້, ຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ມີພິທີປະກາດການບົ່ງຕົວເເຕ່ງຕັ້ງ ກໍາມະການຄະນະພັກໂຮງ
ຮຽນວັດທະນະທຳຊົນເຜົ່າກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ
ໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ, ຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ໂຮງຮຽນ
ວັດທະນະທຳຊົນເຜົ່າກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນຍົງ ພົມມະລາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງ
ປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ໂດຍອີງຕາມກົດລະບຽບພັກປະ
ຊາຊົນ ປະຕິວັດລາວ, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ເປັນກໍາມະການຄະນະບໍລິຫານ
ງານພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປ່ຽນແທນ ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່. ໂອກາດ
ນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ຂອງພະນັກງານ-ນັກຮົບ, ຄູ-ອາຈານ
ທົ່ວໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ທີ່ຍາດໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍຄື ພະນັກ
ງານຫຼັກແຫຼ່ງ ຈົ່ງຕັ້ງໜ້າເສີມຂະຫຍາຍເສີດຊູມູນເຊື້ອອັນດີງາມຂອງພັກ, ເປັນແບບຢ່າງນໍາໜ້າ ໃນການຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງ
ກອງທັບ, ມະຕິຄຳສັ່ງຂອງພັກ-ກົດໝາຍຂອງລັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີແບບແຜນໃນການເຮັດວຽກ, ເຮັດວຽກເປັນໝູ່ຄະ
ນະ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ສຸມໃສ່ຈັດຕັ້ງປະຕິບັດມະຕິຄຳສັ່ງຂອງພັກ
-ລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ນັບມື້ປະກົດຜົນເປັນຈິງ.

ແຫຼ່ງຂ່າວໂດຍ ໂອລິນ ມິ່ງມີໄຊ
ວັນທີ 10/11/2025