ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນນຳພາ-ບັນຊາ ຢູ່ໂຮງຮຽນທິດສະດີການເມືອງກອງທັບ


ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ກໍາມະການຄະນະພັກກະຊວງປ້ອງປະເທດ
ເປັນປະທານກອງປະຊຸມ ຄັ້ງວັນທີ 10/10/2025

    ພິທີປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງກໍາມະການຄະນະບໍລິຫານງານພັກ ໂຮງຮຽນທິດສະດີການເມືອງກອງ
ທັບ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2025 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ
ກໍາມະການຄະນະພັກກະຊວງປ້ອງປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ປອ ທີມສາວ ດວງຈຳປາ ເລຂາຄະ
ນະພັກ, ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີບັນດາສະຫາຍຕາງໜ້າກົມຈັດຕັ້ງພັກ, ກົມພະນັກງານ, ພ້ອມດ້ວຍພະນັກ
ງານຫຼັກແຫ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາເອັ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍພັນໂທ
ວິໄຊ ໃສສີເຟືອນ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ. ສະຫາຍ ພັນເອກ ໄຊຍະ
ສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ຜ່ານມະຕິຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນ
ແທນ ກຳມະການຄະນະພັກ, ກໍາມະການຄະນະປະຈຳພັກ, ປະທານຄະນະກວດກາພັກ ໂຮງຮຽນທິດສະດີການເມືອງກອງທັບ. ຄະນະພັກກະ
ຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວິໄຊ ໃສສີເຟືອນ ເປັນກໍາມະການຄະນະບໍລິຫານງານພັກ, ເປັນກຳມະການຄະນະ
ປະຈຳພັກ ທັງເປັນປະທານຄະນະກວດກາພັກ ໂຮງຮຽນທິດສະດີການເມືອງກອງທັບ, ປ່ຽນແທນ ສະຫາຍ ພັນເອກ ວິໄລ ເພັດມີໄຊ ທີ່ພັກການ
ຮັບເບ້ຍບໍານານ ແລະ ສະຫາຍ ພັນໂທ ສາກົນ ດວງສາມາດ ເປັນກໍາມະການຄະນະບໍລິຫານງານພັກ ໂຮງຮຽນທິດສະດີການເມືອງກອງທັບ ປ່ຽນ
ແທນ ພັນເອກ ບຸນຊົມ ໄຊຍະວົງ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່.

     ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ພ້ອມທັງ ໄດ້ເນັ້ນ
ໜັກ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມຮັບຜິດ
ຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກຢ່າງມີ ວິທະຍາສາດ ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ,
ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເປັນແບບຢ່າງໃຫ້ພະນັກງານໃນກົມກອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ
ພ້ອມກັນຜັນຂະຫຍາຍແນວທາງຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ມີບາດກ້າວໃໝ່.

ແຫຼ່ງຂ່າວໂດຍ ນາລີ
ວັນທີ 10/10/2025