
ຫ້ອງການ ກົມໃຫຍ່ການເມືອງກອງທັບ ສ້າງຂະບວນການແຂ່ງຂັນກິລາເປຕັງ

ສ້າງຂະບວນການແຂ່ງຂັນກີລາເປຕັງ ຢູ່ເດີນກີລາກົມໃຫ່ຍການເມືອງ
ໃນວັນທີ 5 ກັນຍາ 2025 ນີ້, ຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ສ້າງຂະບວນການ ແຂ່ງຂັນກິລາເປຕັງ, ທີ່ ເດີ່ນກິລາ ຂອງ
ກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ
ກອງທັບ ໂດຍມີສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງການ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ໄດ້ກ່າວໃນພິທີວ່າ: ຈຸດປະສົງ ຂອງການແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້, ເພື່ອເປັນ
ການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄະນະພັກ-ຄະນະບັນຊາ ກັບ ພະນັກງານ-ນັກຮົບ, ທັງເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳ
ຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ກວ້າງຂວາງ. ສຳລັບການແຂ່ງຂັນກິລາເປຕັງໃນ
ຄັ້ງນີ້, ປະກອບມີ 4 ທີມຄື: ທີມຄະນະນຳກົມໃຫຍ່ການເມືອງກອງທັບ, ທີມປະສົມບັນດາກົມ, ທີມປະສົມຫ້ອງການ ແລະ ທີມສະຫະພັນ
ແມ່ຍິງ ຫ້ອງການ ກົມໃຫຍ່ການເມືອງກອງທັບ. ຜ່ານການແຂ່ງຂັນຕົວຈິງ ເຫັນວ່າບັນດາສະຫາຍນັກກິລາທັງໝົດ ພ້ອມກັນແຂ່ງຂັນດ້ວຍ
ຄວາມຟົດຟື້ນມ່ວນຊື່ນ, ມີນໍ້າໃຈນັກກິລາ ຮູ້ເສຍ, ຮູ້ຊະນະ ແລະ ຮູ້ນຳເອົາຈຸດບົກພ່ອງຂອງຕົນ ມາປັບປຸງແກ້ໄຂໃຫ້ມີການພັດທະນາດີຂຶ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 10/09/2025