ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຕກ ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ


    ໃນວັນທີ 5 ກໍລະກົດ 2024, ວິທະຍາຄານເຕັກນິກການທະຫານ ໄດ້ປະກາດການຈັດຕັ້ງຂັ້ນຫ້ອງ, ພະແນກການ, ໂດຍການເປັນປະທານ
ຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງ
ທັບ ມີ ຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ແລະ ພະນັກງານຫຼັກ
ແຫຼ່ງ ທົ່ວ ວຕກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ພູທອນ ຄຸນລີວົງ ຫົວໜ້າຫ້ອງການເມືອງ ວຕກ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງກົມໃຫຍ່ການ
ເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ເພຶ່ອຮັບໜ້າທີ່ໃໝ່ ຢູ່ ວິທະຍາຄານເຕັກນິກການທະຫານ ໂດຍອີງຕາມກົດໝາຍ
ນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການ
ຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດ ໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ. ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັັ້ງ ສະຫາຍ ພັນໂທ
ແສງພະຈັນ ຄຸດຕະວົງ ຫົວໜ້າພະແນກຈັດຕັ້ງພັກ ຂຶ້ນເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນຕີ ສະເຫຼີມໄຊ ອ້ວນໄຊຍະລາດ ຮອງຫົວ
ໜ້າພະແນກວັດຖຸ ຫ້ອງອົບຮົມ ຂຶ້ນເປັນ ຫົວໜ້າພະແນກ, ສະຫາຍ ພັນຕີ ນາງ ໂພໄຊ ພົມຂັນໄຊ ເປັນຮອງຫົວໜ້າພະແນກວັດຖຸຫ້ອງອົບຮົມ
ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ບຸນຍົງ ສະນີຈັນ ເປັນຫົວໜ້າພະແນກກໍາລັງພົນ.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງເນັ້ນໜັກ
ໃຫ້ນາຍທະຫານທີ່ຖືກແຕ່ງຕັ້ງຊັບຊ້ອນໜ້າທີ່ໃໝ່ ໃນຄັ້ງນີ້ຈົ່ງເພີ່ມທະວີ ຄວາມຮູ້ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເຮັດວຽກເປັນໝູ່
ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາ
ແນວຄິດເປັນຫຼັກ, ນໍາເອົາຄວາມຮູ້ຄວາມສາມາດ ແລະ ປະສົບການ ເພື່ອມາພັດທະນາກຳລັງປະກອບອາວຸດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ
ແລະ ຈະເລີນກ້າວໜ້າຂຶ້ນ, ເວົ້າລວມ ເວົ້າສະເພາະ ແມ່ນວິທະຍາຄານເຕັກນິກການທະຫານ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງທີ່ການ
ຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ເພັດນາລີ
ວັນທີ 10/07/2024