ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ສະຫຼຸບການກໍ່ສ້າງໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025


ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນທີ 9 ມິຖຸນາ 2025 ນີ້, ໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026, ໂດຍເປັນປະທານ ຂອງສະຫາຍ
ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ພະລາທິການ
ກອງທັບ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກົມໃຫຍ່ພະລາທິການກອງທັບ,
ມີຄະນະກວດກາ, ຄະນະພັກ-ຄະນະບັນຊາ, ຈຸພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທະລີ ວິຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມ ອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານ
ບົດສະຫຼຸບການນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ໜ່ວຍພັກ
ກົມອຸປະໂພກ-ບໍລິໂພກ ເປັນໜ່ວຍພັກໜຶ່ງ ຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຮອບດ້ານ ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງ
ທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ ທາງດ້ານວຽກງານຮັບປະກັນການ
ກິນດື່ມ, ນຸ່ງຖື, ການເພີ່ມພູນຜະລິດຜົນ, ຫາລ້ຽງກຸ້ມຕົນເອງຢູ່ພາຍໃນກອງທັບ ແນໃສ່ເພື່ອຮັກສາສຸຂະພາບ ຂອງນາຍ ແລະ ພົນທະຫານ ໃນ
ກອງທັບປະຊາຊົນລາວ, ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກດ້ວຍຮູບການຄົ້ນຄວ້າ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ
XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກອົງ
ການກົມໃຫຍ່ພະລາທິການກອງທັບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ເຮັດໃຫ້
ຖັນແຖວສະມາຊິກພັກ ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາ
ໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນດາເຜົ່າ, ມີສະຕິໃນການນຳໃຊ້ງົບ
ປະມານຢ່າງມີການປະຢັດ, ສັດຊື່, ຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງ ຂອງກົມກອງໄດ້ເປັນຢ່າງດີ, ປັດຈຸບັນພາຍໃນໜ່ວຍພັກ ມີ
ສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 3 ສະຫາຍ, ແບ່ງເປັນ 3 ຈຸພັກ, ຕີລາຄາການກໍ່ສ້າງພັກຕາມ 5 ເນື້ອໃນ, ດ້ານການເມືອງ, ດ້ານແນວ
ຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງ ຜ່ານການຈັດຕັ້ງປະຕິບັດກວດກາຕີລາຄາຈັດແບ່ງ
ປະເພດຄຸນນະພາບ ຂອງສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ສາມາດຄັດເລືອກໄດ້ສະມາຊິກພັກແຂງ 19
ສະຫາຍ ເທົ່າກັບ 100%, ໜ່ວຍພັກບັນລຸໄດ້ຄະແນນ 9,8% ນໍາສະເໜີຄະນະພັກຂັ້ນເທິງເພື່ອຄົ້ນຄວ້າ ແລະ ຢັ້ງຢືນຮັບຮອງເອົາໜ່ວຍພັກ ກົມ
ອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ສະໄໝທີ 7 ຕິດຕໍ່ກັນ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ເນັ້ນໜັກວຽກງານຫຼາຍບັນຫາທີ່ສໍາຄັນເຊິ່ງຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມ
ດ້ວຍພະນັກງານ, ສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ມີຄວາມເປັນເອກະ
ພາບຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຂອງກອງ
ທັບ ຢ່າງເຂັ້ມງວດ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນພັກ, ຮັກສາ
ແລະ ເສີມຂະຫຍາຍນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກໍາຈັດແນວຄິດທີ່ຂັດກັບແນວທາງ
ນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງ
ເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ,
ມີການສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານຄະນະພັກຂັ້ນເທິງຢ່າງເປັນປະຈໍາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນທີ່
ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍສະເພາະທາງດ້ານວຽກງານຮັບປະກັນອຸປະໂພກ-ບໍລິໂພກໃຫ້ແກ່ກອງທັບໃຫ້ຄົບຖ້ວນພຽງພໍ ຕາມຄວາມ
ຕ້ອງການຂອງກອງທັບໃນໄລຍະໃໝ່.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 10/06/2025