ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມວຽກງານ ກໍ່ສ້າງຮາກຖານການເມືອງ ຊຸດທີ XIV
ແລະ ວຽກງານໄອຍະການ ຊຸດທີ III

    ວັນທີ 8 ພຶດສະພາ 2024 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ປິດຊຸດອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຊຸດທີ XIV
ແລະ ວຽກງານໄອຍະການຊຸດທີ III. ສົກຮຽນ 2023-2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະ
ການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ
ຫົວໜ້າການເມືອງ, ສະຫາຍ ພົນຈັດຕະວາ ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະ
ນະບັນຊາ, ຄະນະຫ້ອງ, ຄະນະວິຊາຄູ, ຄະນະກອງພັນນັກສຶກສາ, ພະນັກງານ, ຄູອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນຜ່ານບົດລາຍງານຜົນສໍາ
ເລັດ ຂອງການບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ລະບົບ3 ເດືອນ ຊຸດທີ XIV ແລະ ວຽກງານໄອຍະການ ລະບົບ 3 ເດືອນ ຊຸດທີ III,
ສົກຮຽນ 2023-2024, ເຊິ່ງໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 06 ກຸມພາ 2024 ແລະ ໄດ້ສຳເລັດລົງໃນວັນທີ 08 ພຶດສະພາ 2024
ມີນັກສຶກສາທັງໝົດ 60 ສະຫາຍ ເຊິ່ງແມ່ນພະນັກງານຂັ້ນຫົວໜ້າພະແນກການເມືອງ, ຮອງພະແນກ ແລະ ຊ່ວຍວຽກຂະແໜງການຕ່າງໆ
ດ້ານວິຊາການ ຢູ່ກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນໃນທົ່ວກອງທັບ, ຜ່ານການອົບຮົບເຮັດໃຫ້ນັກສຶກສາແຕ່ລະສະຫາຍມີຄວາມຮັບຮູ້ເຂົ້າໃຈ
ເລິກເຊິ່ງ ຕໍ່ກັບລຳດັບບາດກ້າວດຳເນີນວຽກງານກໍ່ສ້າງຮາກຖານການເມືອງ, ທິດສະດີຫຼັກການຂອງວຽກງານໂຄສະນາຂົນຂວາຍປະຊາຊົນ ແລະ
ການສ້າງບ້ານແຮກສ່ຽວ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ, ບ້ານສາທາລະນະສຸກ, ເຊິ່ງເປັນພື້ນຖານໃຫ້ແກ່ນັກສຶກສານຳໄປຈັດຕັ້ງ
ປະຕິບັດຢູ່ກົມກອງທ້ອງຖິ່ນຢ່າງປະດິດສ້າງ ມີຄວາມເຂົ້າໃຈແຈ້ງຕື່ມ 8 ຫຼັກການ, 7 ວິທີການສິດສອນ ແລະ ກຳແໜ້ນ 4 ເນື້ອໃນ, 5 ບາດ
ກ້າວຂອງທໍານຽມຄູ ເພື່ອນໍາໃຊ້ເຂົ້າໃນການແຕ່ງບົດສອນ, ຂຶ້ນຫ້ອງສິດສອນ, ຫັດແອບວຽກງານພັກ-ວຽກງານການເມືອງໃນເວລາສູ້ຮົບ, ເວ
ລາຊ້ອມຮົບ ແລະ ຫຼັກການວິທີຫັດແອບການທະຫານບັນຊາສູ້ຮົບ, ຊ້ອມຮົບຂັ້ນຍຸດທະວິທີ, ຍຸດທະບັ້ນຮົບໃຫ້ຄູອາຈານ ເພື່ອໝູນໃຊ້ທິດສະ
ດີຫລັກການທີ່ຮຽນມາ ໄປຈັດຕັ້ງນໍາພານັກສຶກສາຫັດແອບຕົວຈິງຢ່າງປະດິດສ້າງ, ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,
ໜັກແໜ້ນ, ກໍ່ສ້າງກອງ3ປອດ, ການສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ,
ປັບປຸງກອງທັບເຮົາກ້າວຂຶ້ນເປັນກອງທັບທີມີແບບແຜນ ແລະ ທັນສະໄໝ, ຜົນສໍາເລັດຕົວຈິງຂອງການຮ່ໍາຮຽນ ຂອງນັກສຶກສາ. ຜ່ານການກວດ
ກາ-ສອບເສັງ ສາມາດຕີລາຄາຢັ້ງຢືນລະດັບຄວາມຮັບຮູ້, ເຂົ້າໃຈຂອງນັກສຶກດັ່ງນີ້: ຫ້ອງບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ເກຼດA ຈໍາ
ນວນ 3 ສະຫາຍ ເທົ່າກັບ10%, ເກຼດ B+ ຈໍານວນ 23 ສະຫາຍ ເທົ່າກັບ76,70%, ເກຼດ B ຈໍານວນ 4 ສະຫາຍ ເທົ່າກັບ 13,30% ແລະ
ຫ້ອງບໍາລຸງວຽກງານໄອຍະການ ຊຸດທີ III ເກຼດA ຈໍານວນ 6 ສະຫາຍ ເທົ່າກັບ 20%, ເກຼດ B+ ຈໍານວນ 24 ສະຫາຍ ເທົ່າກັບ 80%. ໃນ
ພິທີ, ສະຫາຍ ພົນຈັດຕະວາ ປອ ຄໍາໄພ ຟອງດາລາ ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ໃຫ້
ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ຮຽນຈົບວຽກງານກໍ່ສ້າງວຽກງານການເມືອງຊຸດທີ XIV ແລະ ວຽກງານໄອຍະການ ຊຸດທີ III, ສົກ
ຮຽນ 2023-2024 ຈໍານວນ 60 ສະຫາຍ ຢ່າງສົມກຽດ.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄູອາຈານ ແລະ ນັກສຶກສາ ທີ່ຕັ້ງໜ້າ
ສຶກສາຮໍ່າຮຽນຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ມັນແມ່ນຄວາມເປັນເຈົ້າການ, ຄວາມຮັບຜິດຊອບໃນການຄຸ້ມຄອງ, ບັນຊາ, ຖ່າຍທອດຄວາມ
ຮູ້, ຄວາມສາມາດຕ່າງໆ ຂອງຄູ-ອາຈານ ແລະ ນັກສຶກສາທີ່ຕັ້ງໜ້າ, ເອົາໃຈໃສ່ໃນບັ້ນເຝິກອົບຮົມຄັ້ງນີ້ ເຮັດໃຫ້ບັ້ນເຝິກອົບຮົມມີຜົນສຳເລັດສູງ,
ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ນັກສຶກສາຊຸດບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ ແລະ ນັກສຶກສາບໍາລຸງວຽກງານໄອຍະການ ຊຸດທີ III. ຈົ່ງ
ເອົາໃຈໃສ່ໃນການເຝິກຝົນ ຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີ
ຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ, ກໍຄືຂອງກົມກອງຂອງຕົນຢ່າງເຂັ້ມງວດ,
ນໍາເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ວິຊາສະເພາະ, ມີແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດ
ໃຫ້ມີການພັດທະນາດີຂຶ້ນ ເພື່ອປະກອບສ່ວນສ້າງກອງທັບມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ສ.ຕ ນ. ເກດແກ້ວ ໄຊສົມພັນ
ວັນທີ 10/05/2024