ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້:
"ພື້ນຖານວິທະຍາສາດຕິດພັນກັບການຮຽນ-ການສອນຢູ່ ວປກ ໃນເງື່ອນໄຂໃໝ່"


ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວປກ ​ເປັນ​ປະທານ

    ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: "ພື້ິນຖານວິທະຍາສາດຕິດພັນກັບການຮຽນ-ການສອນຢູ່ວິທະຍາຄານປ້ອງກັນ
ຊາດ ໄກສອນ ພົມວິຫານ (ວປກ) ໃນເງື່ອນໄຂໃໝ່" ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2026 ນີ້, ໂດຍການເປັນປະທານຂອງ
ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອໍານວຍການ,
ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ ອົງການ, ກົມກອງຂຶ້ນກັບ ພ້ອມດ້ວຍ ນັກວິທະຍາກອນ ແລະ ພັກງານ-ຄູອາຈານ ເຂົ້າຮ່ວມ.

     ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ໃຫ້ກຽດມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ກອງປະ
ຊຸມສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ "ພື້ນຖານວິທະຍາສາດຕິດພັນກັບການຮຽນ-ການສອນຢູ່ວິທະຍາຄານປ້ອງກັນຊາດ ໄກສອນ
ພົມວິຫານ ໃນເງື່ອນໄຂໃໝ່" ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ນໍາເອົາຜົນສໍາເລັດໃນການຄົ້ນຄວ້າວິທະຍາສາດ ປະກອບ
ສ່ວນເຂົ້າໃນການຍົກສູງຄຸນນະພາບການຮຽນ-ການສອນ ຢູ່ ວປກ ໃນເງື່ອນໄຂໃໝ່ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນກອງປະຊຸມສໍາ
ມະນາ ບັນດາສະຫາຍ ຜູ້ທີ່ປະກອບສ່ວນໃນການຂຽນບົດວິທະຍາສາດມີທັງໝົດ 22 ສະຫາຍ, ເທົ່າກັບ 22 ຫົວຂໍ້ຍ່ອຍ. ໃນນັ້ນ ມີ
10 ສະຫາຍ ຕາງໜ້າໃຫ້ບັນດານັກວິທະຍາສາດ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີບົດວິທະຍາສາດຂອງຕົນ. ພ້ອມກັນນັ້ນ ສະຫາຍຍັງໄດ້
ເນັ້ນໜັກ ຕໍ່ຄະນະພັກ-ຄະນະອໍານວຍການ ຕ້ອງຖືສໍາຄັນວຽກງານຄົ້ນຄວ້າ ວິທະຍາສາດ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ແລະ ເປັນເຈົ້າການໃຫ້ທິດຊີ້ນໍາ-ນໍາພາ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສະພາວິທະຍາສາດຂັ້ນ ວປກ ໄດ້ເຄື່ອນໄຫວຢ່າງ
ເປັນປົກກະຕິຕໍ່ເນື່ອງ; ມອບໃຫ້ ກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ເປັນໃຈກາງໃນການປະສານກັບອົງການທີ່ກ່ຽວຂ້ອງ
ຊີ້ນໍາ ວຽກງານຄົ້ນຄວ້າວິທະຍາສາດ ແຕ່ລະຂັ້ນ, ນັກວິທະຍາສາດແຕ່ລະສະຫາຍຕ້ອງໄດ້ປັບປຸງບົດວິທະຍາສາດຂອງຕົນໃຫ້ສົມບູນ ແລະ
ຮັບປະກັນຄຸນນະພາບ ເພື່ອນໍາໃຊ້ເຂົ້າໃນການປັບປຸງການຮຽນ-ການສອນຢູ່ ວປກ ໃຫ້ດີຂຶ້ນກວ່າເກົ່າ; ກົມອົບຮົມ-ກໍ່ສ້າງ ສົມທົບກັບອົງ
ການທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ ແລະ ສາມາດຕອບ
ສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນສະພາບການໃໝ່; ຕ້ອງຮັບ
ປະກັນທາງດ້ານງົບປະມານ, ພື້ນຖານວັດຖຸ, ຂໍ້ມູນຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ, ພິ
ເສດຕ້ອງເສີມຂະຫຍາຍສະຕິປັນຍາຂອງມະຫາ ຊົນເຂົ້າໃນການຄົ້ນຄວ້າວິທະຍາສາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 10/03/2026