ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງປະທານ, ຄະນະປະທານສະພາ ວິທະຍາສາດ-ປະຫວັດສາດ
ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1


ພິທີ ປະກາດການແຕ່ງຕັ້ງປະທານ, ຄະນະປະທານສະພາ ວິທະຍາສາດ-ປະຫວັດສາດ
(ວສ-ປສ) ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1

    ໃນວັນທີ 7 ກໍລະກົດ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນ
ກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສິງ ພິມມະວົງ ຫົວໜ້າພະແນກ ວິທະຍາສາດ-ປະຫວັດສາດ ການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້
ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບ
ການຊີ້ນຳ-ນຳພາຢ່າງໃກ້ຊິດ ຈາກຄະນະພັກ-ຄະນະບັນຊາໂຮງຮຽນ ຄວບຄູ່ກັບການຊີ້ນຳທາງວິຊາການ ຂອງກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບັນລຸຜົນສຳເລັດ ຕາມແຜນການທີ່ວາງໄວ້. ຈາກນັ້ນ, ສະຫາຍ ພັນໂທ ໄຊ
ຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໃນນີ້,
ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພັນໂທ ບຸນ
ຮຽງ ພິມະວົງ ຮອງຫົວໜ້າການເມືອງໂຮງຮຽນ ເປັນຮອງປະທານ, ສະຫາຍ ພັນໂທ ສິງ ພິມມະວົງ ຫົວໜ້າພະແນກວິທະຍາສາດ-ປະ
ຫວັດສາດ ການທະຫານ ເປັນຜູ້ປະຈຳການ, ສະຫາຍພັນເອກ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ ໂຮງຮຽນ ເປັນຄະນະ,
ສະຫາຍ ພັນເອກ ບົວແກ້ວ ກິ່ງບຸດດີ ຮອງອຳນວຍການໂຮງຮຽນ ຮັບຜິດຊອບວຽກງານພະລາທິການ ເປັນຄະນະ, ສະຫາຍ ພັນໂທ ບຸນ
ສົດ ມະລິຍາ ຮອງອຳນວຍການໂຮງຮຽນ ຮັບຜິດຊອບວຽກງານເຕັກນິກ ເປັນຄະນະ, ສະຫາຍ ພັນໂທ ຄຳແກ້ວ ສະໜາມໄຊ ຫົວໜ້າ
ຫ້ອງການໂຮງຮຽນ ເປັນຄະນະ, ສະຫາຍ ພັນໂທ ວົງເພັດ ໄຊຍະວົງ ຫົວໜ້າພະແນກສູ້ຮົບ ເປັນຄະນະ ແລະ ສະຫາຍ ພັນໂທ ສາຍສະ
ໝອນ ແສນສາທິດ ຫົວໜ້າພະແນກການເງິນ ເປັນຄະນະ.

ແຫຼ່ງຂ່າວໂດຍ ຮ.ອ ອາລຸນ ແກ້ວຜາສຸກ
ວັນທີ 09/07/2026