ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ XII ຂອງອົງຄະນະພັກກອງພົນທີ 2
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ XII ຂອງອົງຄະນະພັກກອງພົນທີ 2 ໄດ້ຈັດຂຶ້ນ ວັນທີ 8 ມັງກອນ 2025 ນີ້, ໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີບັນດາສະຫາຍຄະນະພັກກອງພົນ, ກົມທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ວິລະ
ຊົນແຫ່ງຊາດ, ຕະຫຼອດຮອດຜູ້ແທນສະມາຊິກພັກສົມບູນທົ່ວກອງພົນທີ 2 ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງຢ່າງເປັນເອກະສັນຕໍ່ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກອງພົນທີ 2,
ເຊິ່ງສະເໜີໂດຍ ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຮອງເລຂາຄະນະພັກກອງພົນ ຮັກສາການຫົວໜ້າການເມືອງກອງພົນທີ 2, ເອກະພາບ
ນຳການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ອົງ
ຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໂດຍສະເພາະວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບ
ປຸງກໍ່ສ້າງກໍາລັງ, ການພັດທະນາສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ການພົວພັນຮ່ວມມືກັບກົມກອງເພື່ອນ, ອຳນາດການປົກ
ຄອງທ້ອງຖິ່ນ ແລະ ສາກົນ, ພ້ອມທັງໄດ້ຕີລາຄາເຖິງໝາກຜົນລວມຍອດແຫ່ງການ ນຳພາ-ຊີ້ນໍາ ທີ່ຖືກຕ້ອງຂອງຄະນະພັກກອງພົນ, ການເປັນ
ແບບຢ່າງໃນການເຕົ້າໂຮມຄວາມສາມັກຄີ, ເປັນປຶກແຜນພາຍໃນພັກ, ຄວາມບາກບັ່ນພະຍາຍາມສູ້ຊົນບຸກບືນຂອງ ພະນັກງານ-ສະມາຊິກພັກ
ນັກຮົບທຸກສະຫາຍ, ການປະກອບສ່ວນຫົວຄິດປະດິດສ້າງ, ສະໜັບ-ສະໜູນ, ອຸ້ມຊູຊ່ວຍເຫຼືອຈາກທຸກພາກສ່ວນຈາກອໍານາດການປົກຄອງທ້ອງ
ຖິ່ນ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງຕະຫຼອດມາ. ກອງປະຊຸມໄດ້ຮັບຟັງການປະກອບຄຳຄິດ, ຄຳເຫັນ, ຈາກຜູ້ແທນສົມບູນເຮັດໃຫ້ບົດ
ສະຫຼຸບມີເນື້ອໃນອຸດົມສົມບູນ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ ປີ 2025-2030.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ຈໍານວນ 11 ສະຫາຍ ຢ່າງເປັນທາງ
ການ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ເປັນເລຂາຄະນະພັກ, ສະຫາຍ ພັນເອກ
ສອນເພັດ ຈັນສົມ ເປັນຮອງເລຂາຄະນະພັກ, ສະຫາຍພັນໂທ ບຸນເດີມ ດວງຈໍາປາ ເປັນປະທານກວດກາພັກ, ສະຫາຍ ພັນເອກ ບຸນກໍ່າ ພີມພົງພັນ,
ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ, ສະຫາຍ ພັນໂທ ລອນສີ ທຳມະວົງ, ສະຫາຍ ພັນໂທ ອຳນວຍ ສຸກສະຫວັດ, ສະຫາຍ ພັນໂທ ສອນເພັດ ວັນ
ນະໄຊ, ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ, ສະຫາຍ ພັນໂທ ສົມພົດ ສັນຍາ ແລະ ສະຫາຍ ພັນໂທ ບຸນຖິ່ນ ສຸລິດ ເປັນກຳມະການຄະນະພັກ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ການຊີ້ນຳ-ນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນໍາພາພະ
ນັກງານ-ສະມາຊິພັກ, ນັກຮົບ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນ
ປະເທດ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ, ດ້ວຍໝາກຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງ-ເປັນໃຍ
ຕໍ່ດ້ານອ່ອນທີ່ຄົງຄ້າງ ແລະ ໄດ້ປຸກລະດົມໃຫ້ກຳລັງໃຈ, ໃຫ້ຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່, ທີ່ຈະສຶບຕໍ່ຊີ້ນຳ-ນໍາພາຈັດຕັ້ງປະຕິບັດມະຕິກອງປະ
ຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງພົນທີ2 ໃຫ້ໄດ້ຮັບຜົນສໍາເລັດຫຼາຍກວ່າເກົ່າ.
ແຫຼ່ງຂ່າວໂດຍ ສຸວັນໂນ ທະລັງສີ
ວັນທີ 09/01/2025