
ປະກາດ ບົ່ງຕົວແຕ່ງຕັ້ງ ກຳມະການຄະນະໜ່ວຍພັກຫ້ອງການ ກົມໃຫຍ່ການເມືອງກອງທັບ

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ທີ 5 ກັນຍາ 2025 ນີ້, ຫ້ອງການ ກົມໃຫຍ່ການເມືອງກອງທັບ ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ກຳມະການຄະນະໜ່ວຍພັກ ແລະ ສະ
ຫຼຸບວຽກງານ ປະຈໍາເດືອນສິງຫາ ແລະ ວາງທິດທາງແຜນການປະຈຳເດືອນກັນຍາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະ
ພົມມາ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວັນໄຊ ຄໍາ
ພາວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກ
ງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ມະນີແສງ ກົມບຸດຕະບົງ ຮອງຫົວໜ້າພະແນກ ກົມຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະ
ຕິຕົກລົງ ວ່າດ້ວນການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການໜ່ວຍພັກ ໃນນີ້, ຕົກລົງບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ອິນລະປະ ວໍລະສານ ເປັນກຳ
ມະການ ການຄັງ ໜ່ວຍພັກ ຫ້ອງການ ກົມໃຫຍ່ການເມືອງກອງທັບ ປ່ຽນແທນ ສະຫາຍ ພັນເອກ ຄຳງອງ ຫຼຽນທອງໄຊ ທີ່ຍົກຍ້າຍໄປຮັບໜ້າ
ທີ່ໃໝ່ຢູ່ກົມການເງິນ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ໄດ້ຜ່ານບົດສະຫຼຸບວຽກງານ ປະຈໍາເດືອນສິງຫາ ແລະ ທິດທາງແຜນ
ການ ເດືອນກັນຍາ ປີ 2025. ໄລຍະ 1 ເດືອນທີ່ຜ່ານມາ, ຄະນະພັກ-ຄະນະຫ້ອງການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້
ນາຍ ແລະ ພົນທະຫານພາຍໃນຫ້ອງ ການ, ໄດ້ຈັດຕັ້ງປະຕິບັດລະບອບສ່ອງແສງວຽກງານປະຈຳອາທິດ ຂອງຫ້ອງການ ແລະ ຂອງບັນດາພະແນກ,
ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຕົນເປັນຢ່າງດີ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ພາຍໃນມີຄວາມສາມັກ
ຄີເປັນເອກະພາບ ທັງປັບປຸງກໍ່ສ້າງພັກ-ພະນັກງານ, ເປັນເຈົ້າການຕິດຕາມປະສານງານວຽກງານຮັບປະກັນຮອບດ້ານໃຫ້ກົມໃຫຍ່ ກໍຄືຫ້ອງການ
ຮັບເອກະສານ ເຂົ້າ-ອອກຂອງກົມໃຫຍ່, ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຄະ
ນະນໍາກົມໃຫຍ່ເຄື່ອນໄຫວວຽກງານສໍາເລັດຕາມແຜນການປະຈຳເດືອນສິງຫາ ແລະ ໄດ້ຖືເອົາວຽກງານນະໂຍບາຍເປັນອີກວຽກໜຶ່ງທີ່ສໍາຄັນເປັນ
ການກະຕຸກຊຸກຍູ້ ຕໍ່ພະນັກງານ-ນັກຮົບ, ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈັດຕັ້ງການເຄື່ອນໄຫວຢ້ຽມຢາມຖາມຂ່າວພະນັກງານ-ນັກຮົບ
ໃນເວລາເຈັບເປັນ ແລະ ອື່ນໆ.
ນອກນີ້, ຍັງໄດ້ຄົ້ນຄວ້າຕິດຕາມກຳນົດການເລື່ອນຊັ້ນ ຂອງພະນັກງານ ພ້ອມນັ້ນ, ຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ຊີ້ນໍາ
ພະນັກງານ-ນັກຮົບໃນທົ່ວຫ້ອງການ ສ້າງເງື່ອນໄຂຊອກແຫຼ່ງລາຍຮັບ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ, ພະນັກງານ-ນັກຮົບໃຫ້ນັບມື້ດີ
ຂຶ້ນ. ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຜົນສຳເລັດລວມ ຂອງ
ໜ່ວຍພັກ ຫ້ອງການ ກົມໃຫຍ່ການເມືອງກອງທັບ ໃນໄລຍະ 1 ເດືອນຜ່ານມາ, ພ້ອມທັງເນັ້ນໜັກຫຼາຍບັນຫາສຳຄັນ ເພື່ອເປັນພື້ນຖານ ແລະ ບ່ອນ
ອີງໃຫ້ແກ່ຄະນະພັກ-ຄະນະບັນຊາ ຫ້ອງການໃນການຈັດຕັ້ງແຜນວຽກໃຫ້ມີຜົນສຳເລັດໃນຕໍ່ໜ້າ.
ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 08/09/2025