ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວເຮັດວຽກ ຢູ່ສູນເສຍອົງຄະ 185


    ວັນທີ 7 ສິງຫາ 2024 ນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະສຳຫຼວດ
ສູນເສຍອົງຄະພາກກາງ ແລະ ພາກໃຕ້ ໄດ້ເຄື່ອນໄຫວສໍາຫຼວດ ເພື່ອປັບປຸງພື້ນຖານໂຄງລ່າງ ຢູ່ສູນເສຍອົງຄະ 185 ທີ່ຂຶ້ນກັບ ກອງບັນຊາການທະ
ຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຈຳປາສັກ, ບໍລິສັດ ເອພີບີ, ພະແນກການທີ່ກ່ຽວຂອງ ພ້ອມ
ດ້ວຍຄະນະພັກ-ຄະນະບັນຊາ ສູນເສຍອົງຄະ 185 ເຂົ້າຮ່ວມ.

     ສະຫາຍ ພັນຕີ ສີຈໍາປາ ມູນສີດວງສະຫວ່າງ ຫົວໜ້າການທະຫານ ສູນເສຍອົງຄະ 185 ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ພາລະບົບບາດຂອງ
ສູນ, ເມື່ອກ່ອນສູນເສຍອົງຄະ 185 ແມ່ນຂຶ້ນກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງ ປັດຈຸບັນນີ້, ແມ່ນຂຶ້ນກັບ ກອງບັນ
ຊາການທະຫານແຂວງຈຳປາສັກ ພ້ອມກັນນັ້ນ, ໄດ້ລາຍງານການເຄື່ອນໄຫວປະຕິບັດນະໂຍບາຍ ຕໍ່ພະນັກງານເສຍອົງຄະນະ ໃນໄລຍະຜ່ານມາ
ເຊິ່ງໄດ້ເຮັດໃຫ້ພະນັກງານພາຍໃນສູນ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່
ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຢ່າງຕໍ່ເນື່ອງ ແລະ ການເຄື່ອນໄຫວວຽກງານນະໂຍບາຍ ເປັນສິ່ງສຳຄັນ. ຈາກນັ້ນ, ກໍໄດ້ມີຄຳ
ເຫັນ ແລະ ຄໍາສະເໜີ ບາງບັນຫາຕໍ່ຂັ້ນເທິງ ເພື່ອແກ້ໄຂ ຂໍ້ຫຍຸ້ງຍາກພາຍໃນກົມກອງ ໃຫ້ມີຄວາມສະດວກຂຶ້ນຕື່ມ. ສະຫາຍ ພົນຈັດຕະວາ ພູມີ
ດາລາເພັດ ໄດ້ກ່າວຢ້ຽມຢາມຖາມຂ່າວ ຕໍ່ບັນດາສະຫາຍພະນັກງານເສຍອົງຄະ ກໍຄື ພະນັກງານ ພາຍໃນສູນເສຍອົງຄະ ດ້ວຍຄວາມເປັນຫ່ວງເປັນ
ໃຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ທຸກທ່ານ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ຈົນເສຍສະຫຼະຮ່າງກາຍບາງສ່ວນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ
ຢ່າງກ້າຫານ ແລະ ສົມກຽດ. ສະຫາຍ ຍັງໄດ້ຮຽກຮ້ອງມາຍັງ ພະນັກງານພາຍໃນສູນເສຍອົງຄະ ໃຫ້ພ້ອມກັນຮັກສາສຸຂະພາບ ແລະ ກ່າວອວຍ
ພອນໄຊອັນປະເສີດ ໃຫ້ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ພັດທະນາຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ໂອກາດນີ້, ສະຫາຍ
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ມອບເງິນຈຳນວນ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການປັບປຸງພັດທະນາສູນເສຍອົງຄະ ໃຫ້
ມີຄວາມກ້າວໜ້າ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ສົມພອນ ພົງສະຫວັດ
ວັນທີ 08/08/2024