ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນ ຄະນະນຳກະຊວງປ້ອງກັນຄວາມສະຫງົບ

    ໃນວັນທີ 3 ເມສາ 2026 ນີ້, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອ
ກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026), ໂດຍການຕ້ອນຮັບຂອງສະຫາຍ
ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

     ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ອວຍພອນໄຊອັນປະເສີດ ມາຍັງສະຫາຍ ລັດ
ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງ
ມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ປະສົບຜົນສຳເລັດໃນໜ້າທີ່ວຽກງານວິຊາສະເພາະ ກໍຄື ໜ້າທີ່ການເມືອງທີ່ຂັ້ນເທິງມອບ
ໝາຍໃຫ້, ສືບຕໍ່ກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບທຸກຂັ້ນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຕະຫຼອດໄປ.

     ໂອກາດດຽວກັນ, ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈມາຍັງ ສະຫາຍ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍສຳຄັນ ຂອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ, ຍາມໃດ
ສອງກຳລັງປະກອບອາວຸດ ກໍໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ການກໍ່ສ້າງກຳລັງ ເຮັດໃຫ້ກຳລັງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ພ້ອມກັນເຮັດສຳເລັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ ທີ່ພັກ-ລັດມອບໝາຍໃຫ້ຢ່າງມີໄຊ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 07/04/2026