ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ
ທົ່ວກອງທັບ ຄັ້ງທີ
X


ສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ເປັນປະທານ ຄັ້ງວັນທີ 05/11/2026

     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນທົ່ວກອງທັບ ໃນໄລຍະ 5 (2021-2025) ຄັ້ງທີ X ແລະ ທິດທາງແຜນການ 5 ປີຕໍ່ໜ້າ
(2026-2030) ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 5 ພະຈິກ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ
ອິນປານພິມ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການ
ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ທົ່ວກຳລັງຫຼວງ-ກຳລັງທ້ອງຖີ່ນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ຂັນທະນູໄຊ ຈະເລີນສຸກ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການ
ຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານດ້ານດີ ແລະ
ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນນີ້, ຄະນະພັກ-ຄະນະບັນຊາອົງການ-ການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດ, ຍົກສູງສະຕິລະວັງຕົວ, ຕ້ານຍຸດ
ທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປອດໃສຂາວ
ສະອາດທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ເຮັດສຳເລັດໜ້າທີ່ວຽກງານ. ໃນ 5 ປີຜ່ານມາ ທົ່ວກອງທັບ ມີເຫດການຄະດີເກີດຂຶ້ນທັງໝົດ 1.871
ເລື່ອງ, ບໍ່ໄດ້ດໍາເນີນຄະດີ 154 ເລື່ອງ, ໄດ້ດໍາເນີນການສືບສວນ-ສອບສວນ 1.717 ເລື່ອງ, ອອກຄຳສັ່ງເປີດການສືບສວນ-ສອບສວນ 814 ເລື່ອງ, ບໍ່ໄດ້ອອກຄຳສັ່ງ
ເປີດການສືບສວນ-ສອບສວນ 903 ເລື່ອງ; ສົ່ງສໍານວນຄະດີໃຫ້ໄອຍະການ 298 ເລື່ອງ, ໂຈະການດໍາເນີນຄະດີ 51 ເລື່ອງ, ຊັດມ້ຽນຄະດີ 451 ເລື່ອງ, ມີຜູ້ກະທໍາ
ຜິດທັງໝົດ 2.290 ຄົນ ໃນນັ້ນ, ຂັ້ນນາຍທະຫານ 1.080 ຄົນ, ນາຍສິບ ແລະ ພົນທະຫານ 685 ຄົນ, ປະຊາຊົນ 525 ຄົນ. ພ້ອມດຽວກັນນັ້ນ, ຜູ້ແທນກອງ
ປະຊຸມ ໄດ້ຜັດຜ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ ເພື່ອເສີມຂະຫຍາຍດ້ານດີ ແລະ ຕີຕ້ານດ້ານທີ່ຍັງຄົງຄ້າງ
ໃຫ້ຖືກຕ້ອງສ່ອດຄອງ ທັງຮັບປະກັນໄດ້ທັງປະລິມານ ແລະ ຄຸນະພາບ. ຈາກນັ້ນ, ສະຫາຍ ພັນເອກ ກົມທອງ ວຽງໄຊ ຮອງຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່
ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຂະບວນການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ, ເຊິ່ງມັນສະແດງ
ອອກໃນການຕີລາຄາແບ່ງປະເພດການເມືອງພາຍໃນ 5 ປີ ປະເພດທີ I ກວມເອົາ 96,49% ທຽບໃສ່ປີ 2016-2020 ປະເພດທີ I ເພີ່ມຂຶ້ນ 3.42%, ປະເພດ
ທີ II ກວມເອົາ 3,50% ແລະ ປະເພດທີ III ກວມເອົາ 0,01%. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງ, ຢັ້ງຢືນ
ກົມກອງປອດໃສ, ປອດໄພ, ປອດຄະດີ ທົ່ວໃນໄລຍະ 5 ປີຜ່ານມາ ເຊິ່ງສາມາດຄັດເລືອກໄດ້ກອງປອດໃສ, ປອດໄພ, ປອດຄະດີ ປະເພດຕ່າງໆຄື: ປະເພດທີ I
ໄລຍະ 5 ຜູ້ຕໍ່ເນື່ອງ 712 ກົມກອງ, 4 ປີຕໍ່ເນື່ອງ 288 ກົມກອງ, 3 ປີຕໍ່ເນື່ອງ 248 ກົມກອງ, 2 ປີຕໍ່ເນື່ອງ 204 ກົມກອງ ແລະ 1 ປີ 305 ກົມກອງ, ທຽບ
ໃສ່ປີ 2016-2020 ປະເພດທີ 1 ເພີ່ມຂຶ້ນ 236 ກົມກອງ.

     ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານວິຊາການ ຜູ້ທີ່ເຮັດວຽກງານປ້ອງກັນພາຍໃນ ຈົ່ງ
ເອົາໃຈໃສ່ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານປ້ອງກັນພາຍໃນກອງທັບ, ວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກ
ພັກ ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນແນວທາງແຜນນະໂຍບາຍ ຂອງພັກ-ລັດ, ຍົກສູງສະຕິລະວັງຕົວປະຕິວັດ ຕໍ່ສູ້ຕ້ານທຸກກົນອຸບາຍເລລ່ຽມ ຂອງສັດຕູໃຫ້
ປະລາໄຊລົງ, ເອົາໃຈໃສ່ກຳແໜ້ນສະພາບການພາຍໃນກົມກອງ, ປັບປຸງ ແລະ ກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດ
ໃສ ເຂັ້ມແຂງ ໜັກແໜ້ນ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 06/11/2026