ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ໂອນກອງພັນເຄື່ອນທີ່ໄວ ເປັນກອງພັນທີ 10 ຂຶ້ນກັບກອງພັນໃຫຍ່ 501
ແລະ ຫັນກອງພັນຕີພິເສດ 427 ເປັນກອງພັນເຄື່ອນທີ່ໄວ ຂຶ້ນກັບກອງພົນທີ 5


ສະຫາຍ ພັນເອກ ຄໍາກົດ ອີນສີນາ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 3 ຕຸລາ 2025 ນີ້, ຢູ່ທີ່ສະໂມສອນກອງພົນທີ 5 ໄດ້ຈັດພິທີປະກາດມອບ-ໂອນກອງພັນເຄື່ອນທີ່ໄວ ເປັນກອງພັນທີ 10 ຂຶ້ນ
ກັບກອງພັນໃຫຍ່ 501 ແລະ ຫັນກອງພັນຕີພິເສດ 427 ມາເປັນກອງພັນເຄື່ອນທີ່ໄວ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາ
ກົດ ອີນສີນາ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພົນຈັດຕະວາ ວົງມະນີຈັນ ສາ
ມາວົງ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ ອົງການ 5 ຫ້ອງ, ມີ
ບັນດາສະຫາຍແຂກຖືກເຊີນຈາກ ກອງບັນຊາການທະຫານແຂວງຈຳປາສັກ, ຄະນະປົກຄອງເມືອງໂພນທອງ, ເມືອງປະທຸມພອນ, ໂຮງຮຽນ
ກໍ່ສ້າງນາຍສິບເລກ 2 ວຽງໄຊ, ກອງພັນໃຫຍ່ປ້ອງກັນອາກາດ 645, ກອງພັນປືນໃຫຍ່ 611 ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ໄຊສົມພອນ ດວງຈັນທາ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5 ໄດ້ຜ່ານຂໍຕົກລົງ ກະຊວງປ້ອງກັນປະເທດ
ວ່າດ້ວຍການຫັນກອງພັນຕີພິເສດ 427 ມາເປັນກອງພັນເຄື່ອນທີ່ໄວ ຂຶ້ນກັບກອງພົນທີ 5 ແລະ ມອບໂອນກອງພັນເຄື່ອນທີ່ໄວມາເປັນ
ກອງພັນທີ 10 ຂຶ້ນກັບກອງພັນໃຫຍ່ 501 ກອງພົນທີ 5. ທັງນີ້, ກໍ່ເພື່ອເປັນການປະຕິບັດຕາມແຜນຍຸດທະສາດປັບປຸງກໍ່ສ້າງກຳລັງກອງ
ທັບ ດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ແຕ່ປີ 2021-2025 ແລະ ອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍ
ລະບຽບການ, ຂັ້ນຕອນ ແລະ ສິດອະນຸມັດ ກ່ຽວກັບການສ້າງຕັ້ງ, ຍົກລະດັບ, ຍຸບ, ໂອນ-ມອບ ຫົົວໜ່ວຍການຈັດຕັ້ງຂອງກອງທັບ ແລະ
ຂໍ້ກໍານົດກ່ຽວກັບທີ່ຕັ້ງ ພາລະບົດບາດ, ຂອບເຂດ, ສິດ, ໜ້າທີ່ໃນການເຄື່ອນໄຫວ.

     ສະຫາຍ ພັນເອກ ຄໍາກົດ ອີນສີນາ ໄດ້ກ່າວວ່າ: ການມອບ-ໂອນໃນຄັ້ງນີ້ ແມ່ນເພື່ອປັບປຸງກໍ່ສ້າງກຳລັງ ກຽມພ້ອມເຮັດສຳເລັດໜ້າ
ທີ່ ໃນສະພາບການໃນໄລຍະໃໝ່ ຕາມທິດກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ສາມາດເປັນກຳລັງເຄື່ອນທີ່ໄວ ຕອບ
ຕ້ານກັບສະພາບທີ່ຈະເກີດຂຶ້ນໃຫ້ທັນເວລາ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ພະນັກງານໃນກົມກອງຕ້ອງໄດ້ພາກັນຍົກ
ສູງພາລະບົດບາດ, ສຸມໃສ່ຈັດຕັ້ງເຜີຍແຜ່ພາລະບົດບາດ ສິດ, ໜ້າທີ່ຂອງກົມກອງ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ເພື່ອນຳ
ໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໜາຍ.

ແຫຼ່ງຂ່າວໂດຍ ວາທີ ໄຊຍະຄານ
ວັນທີ 06/10/2025