ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ ກົດລະບຽບ ຂອງກອງທັບປະຊາຊົນລາວ
ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 02/07/2026

    ພິທີ ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 2 ກໍລະ
ກົດ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ
ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາຄະນະພັກ-ຄະນະບັນ
ຊາ, ພະນັກງານຫຼັກແຫຼ່ງ ທົ່ວອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງຂຶ້ນກັບ ເຂົ້າຮ່ວມ.

     ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ, ເຊິ່ງປະກອບມີ XVI ພາກ, 56 ໝວດ,
299 ມາດຕາ, ຈຸດປະສົງການເຜີຍແຜ່ກົດລະບຽບຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕະຫຼອດຮອດນາຍ ແລະ
ພົນທະຫານ ໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບດັ່ງກ່າວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມ
ລະບຽບການ ຂອງກອງທັບປະຊາຊົນລາວ ຢ່າງເຂັ້ມງວດ ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກໍາລັງຢ່າງເປັນເອກະ
ພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍ, ເຊີ່ງກົດລະບຽບ
ສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວທຸກຄົນ
ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຍ້ອນແນວນັ້ນມັນຈຶ່ງມີຄວາມໝາຍຄວາມສໍາຄັນຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມ
ແຂງຂອງກອງທັບປະຊາຊົນລາວ ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງ
ທັບປະຕິວັດ, ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນເຮັດໃຫ້ປະເທດຊາດ ກໍຄືຂອບເຂດກົມກອງຮັບຜິດຊອບ
ໃຫ້ມີຄວາມສະຫງົບຢ່າງໜັກແໜ້ນ, ເພື່ອກ້າວຂຶ້ນເປັນກອງທັບປະຕິວັດ ກຽມພ້ອມທັບມ້າງທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ,
ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ
ພ້ອມກັບປະຊາຊົນບັນດາເຜົ່າສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ສີວິໄລ.

ແຫຼ່ງຂ່າວໂດຍ ແສງດາລາ ໄຊຍະລາດ
ວັນທີ 06/07/2026