ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດກິດຈະກຳປູກຕົ້ນໄມ້ລະຫວ່າງວິທະຍາຄານປ້ອງກັນຊາດ
ໄກສອນ ພົມວິຫານ ແລະ ສູນກາງແນວລາວສ້າງຊາດ


    ໃນວັນທີ 5 ມິຖຸນາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ສູນກາງແນວລາວສ້າງຊາດ ໄດ້ຈັດກິດຈະກຳການ
ປູກຕົ້ນໄມ້ຮ່ວມກັນຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ( 1 ມິຖຸນາ
1980-1 ມິຖຸນາ 2024) ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການ ຄະນະພັກກະຊວງປ້ອງ
ກັນປະເທດ ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ມີທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງ
ແນວລາວສ້າງຊາດ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ຄູອາຈານ ພ້ອມດ້ວຍນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຮສ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ກ່າວວ່າ:
ການສ້າງກິດຈະກໍາປູກຕົ້ນໄມ້ລະຫວ່າງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ສູນກາງແນວລາວສ້າງຊາດໃນມື້ນີ້ ແມ່ນມີຄວາມ
ໝາຍສໍາຄັນເປັນຢ່າງຍິ່ງ ເພາະເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດຖະບານ ທັງເປັນການສ້າງສັນຍາລັກ ແລະ
ຂອງຂວັນແຫ່ງໄມຕິຈິດ-ມິດຕະພາບຂອງສູນກາງແນວລາວສ້າງຊາດ, ໃຫ້ແກ່ ກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະວິທະຍາຄານປ້ອງ
ກັນຊາດໄກສອນ ພົມວິຫານ ເຊິ່ງເປັນການນໍາເອົາໄມຕີຈິດ, ຄວາມສາມັກຄີ, ຄວາມຮັກແພງອັນສະໜິດສະໜົມ ແລະ ອົບອຸ່ນຂອງບັນດາທ່ານ
ມາຍັງຄະນະນໍາ, ພະນັກງານ, ຄູອາຈານ, ນັກຮົບ, ນັກສຶກສາ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕະຫຼອດໄລຍະທີ່ຜ່ານມາ
ການນໍາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກໍໄດ້ ປຸກລະດົມກຳລັງປະກອບສ່ວນຈັດຕັ້ງປູກຕົ້ນໄມ້ ຕິດພັນກັບການປັບປຸງຄ້າຍຄູ,
ຕິດພັນກັບການປັບປຸງກຳລັງອົງການ, ສ້າງບຸກຄະລາກອນໃຫ້ແກ່ກອງທັບປະຊາຊົນລາວກໍຄືການຍົກລະດັບວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ໃຫ້ແກ່ການນໍາພັກ-ລັດ ແລະ ກິດຈະກຳດັ່ງກ່າວນັ້ນໄດ້ດໍາເນີນແຕ່ລະປີ ໄດ້ກາຍເປັນມູນເຊື້ອອັນສະຫງ່າງາມຕະຫຼອດມາ.

     ໃນພິທີ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນຕໍ່ກິດຈະກຳຄັ້ງນີ້ ເນື່ອງໃນໂອກາດວັນປູກ
ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໝູນວຽນມາອີກວາລະໜຶ່ງ, ທັງເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ທັງນີ້ກໍເພື່ອທົດແທນຕົ້ນໄມ້
ທີ່ຊຸດໂຊມ, ຖືກທໍາລາຍຈາກການຖາງປ່າເຮັດໄຮ່, ເກີດຈາກອັກຄີໄຟ ແລະ ອື່ນໆ ດັ່ງນັ້ນ, ພວກເຮົາຕ້ອງ ພ້ອມກັນປູກຕົ້ນໄມ້ເພື່ອປົກປັກຮັກສາ,
ປັບປຸງລະບົບນິເວດ, ສ້າງສະພາບແວດລ້ອມໃຫ້ມີຄວາມຂຽວງາມຮົ່ມເຢັນ. ໂອກາດດຽວກັນນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ
ກໍໄດ້ມອບວັດຖຸປັດໃຈໃຫ້ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ເຊິ່ງມີໄມ້ດູ່ລາຍ 50 ຕົ້ນ, ຝຸ່ນຄອກ 20 ເປົາ, ອຸປະກອນບົວລະບັດຕົ້ນ
ໄມ້ ລວມມູນຄ່າ 40.750.000 ກີບ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານວິທະຍາຄານ
ປ້ອງກັນຊາດໄກສອນ ພົມວິຫານ. ຈາກນັ້ນ ຄະນະນໍາທັງສອງຝ່າຍ ກໍໄດ້ພ້ອມກັນປູກຕົ້ນໄມ້ຮ່ວມກັນເພື່ອເປັນສັນຍາລັກແຫ່ງຄວາມຮ່ວມມື ແລະ
ຄວາມສາມັກຄີທີ່ແໜ້ນແຟ້ນລະຫວ່າງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ສູນກາງແນວລາວສ້າງຊາດ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 06/06/2024