
ຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງ ກົມໃຫຍ່ເຕັກນິກກອງທັບ

ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ວັນທີ 5 ພຶດສະພາ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມຄົ້ນຄວ້າປັບປຸງໂຄງປະກອບການຈັດຕັ້ງ ປີ 2026-2030,
ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່
ເຕັກນິກກອງທັບ, ມີຄະນະຊີ້ນໍາລວມວຽກງານຄົ້ນຄວ້າ, ປັບປຸງໂຄງປະກອບການຈັດຕັ້ງ ກົມໃຫຍ່ເຕັກນິກ, ອະນຸກໍາມະການດ້ານເນື້ອໃນ, ບັນ
ດາກົມວິຊາສະເພາະ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມແຈ້ງການຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການສະຫຼຸບສັງລວມ ແຜນຄາດກະປັບປຸງກໍ່ສ້າງກໍາລັງກອງທັບ ແຕ່ປີ 2026
-2030 ຂອງກົມໃຫຍ່ເຕັກນິກກອງທັບ, ອີງຕາມ ທິດຊີ້ນໍາຂອງຄະນະກົມໃຫຍ່ເຕັກນິກ ເພື່ອເປັນບ່ອນອີງ ໃຫ້ແກ່ການສືບຕໍ່ຈັດຕັ້ງຜັນຂະຫຍາຍ
ວຽກງານປ້ອງກັນຊາດ ຕາມແນວທາງການທະຫານຂອງພັກໃນໄລຍະໃໝ່ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ
ລັດ, ເວົ້າລວມ, ເວົ້າສະເພາະ ເພື່ອປັບປຸງໂຄງສ້າງກົງຈັກການຈັດຕັ້ງ ຂອງກົມໃຫຍ່ເຕັກນິກກອງທັບ ໃຫ້ກະທັດຮັດ, ປະກອບອາວຸດ-ຍຸດໂທປະ
ກອນທີ່ທັນສະໄໝ ແລະ ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນທັນສະໄໝ.
ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 06/05/2026