
ກົມໃຫຍ່ການເມືອງກອງທັບ ປະກາດການປະດັບທຽບຊັ້ນນາຍທະຫານ
ໃຫ້ຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດ

ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 4 ສິງຫາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການປະດັບທຽບຊັ້ນນາຍທະຫານ ໃຫ້ຜູ້ທີ່ຮຽນຈົບວິຊາສະເພາະ
ຈາກສາຍລັດ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງຕະຫຼອດຮອດພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້
ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດ, ອີງຕາມ
ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນນາຍທະຫານ ດັ່ງນັ້ນ, ກົມໃຫຍ່
ການເມືອງກອງທັບ ຕົກລົງ ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ ທັງໝົດຈຳນວນ 36
ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນສະ
ຫາຍສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ-ແນວຄິດ ໃຫ້ໜັກແໜ້ນ ເຂັ້ມແຂງ ຮອບ
ດ້ານ, ເປັນເຈົ້າການສຶກສາຄົ້ນຄວ້າຊອກຮູ້ຮໍ່າຮຽນ ເພື່ອຍົກສູງຄວາມອາດສາມາດໃຫ້ແກ່ຕົນເອງ, ມີແບບແຜນວິທີເຮັດວຽກຢ່າງມີວິໄສທັດ
ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ຢ່າງຈະແຈ້ງ, ເອົາໃຈໃສ່ປະຕິບັດ ຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກ
ຢ່າງເຂັ້ມງວດ, ມີຄວາມສາມັກຄີພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງ
ຂັ້ນເທິງ.
ແຫຼ່ງຂ່າວໂດຍ ລຸນທອງ ສີບຸນເຮືອງ
ວັນທີ 05/08/2025