ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານ
ການເມືອງ ຢູ່ບັນດາກົມກອງປະຕິບັດໜ້າທີ່ ເຂດຊາຍແດນ


ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ​ເປັນ​ປະທານ

    ‎ໃນການລົງເຄື່ອນໄຫວຄັ້ງນີ້, ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ພ້ອມຄະນະ ຮັບຟັງການລາຍງານສະພາບການປະຕິບັດໜ້າທີ່ວຽກ
ງານຂອງ ກອງບັນຊາການທະຫານແຂວງຈຳປາສັກ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ວຽກງານຮັບປະກັນເຮັດໃຫ້ຂົງເຂດຮັບຜິດຊອບ
ມີຄວາມສະຫງົບປອດໄພ, ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ນາຍ ແລະ ພົນທະຫານ ໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ,
ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ວຽກງານອື່ນໆປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງວາງອອກ.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນໂອລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່
ລະຂັ້ນເອົາໃຈໃສ່ບາງບັນຫາສຳຄັນເປັນຕົ້ນແມ່ນການ ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແບບແຜນການດໍາເນີນວຽກງານສຶກສາອົບຮົມການ
ເມືອງ-ນໍາພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ກຳໃຫ້ໄດ້ສະພາບແນວຄິດຂອງກຳລັງ ທີ່ປະຕິບັດໜ້າທີ່ຢູ່
ເຂດຫ່າງໄກສອກຫຼີກ. ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ ຕາມການມອບໝາຍຂອງຂັ້ນເທິງ ເພື່ອຮັບປະກັນຄວາມສະຫງົບ
ແລະ ປົກປັກຮັກສາອຳນາດອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ. ‎ໃນວັນດຽວກັນນັ້ນ, ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ພ້ອມດ້ວຍຄະນະ
ກໍໄດ້ສືບຕໍ່ລົງຊີ້ນຳຊຸກຍູ້ວຽກງານ ດັ່ງກ່າວຢູ່ບັນດາກົມກອງປະຕິບັດໜ້າທີ່ຢູ່ລຽບຕາມຊາຍແດນ ເມືອງມຸນລະປະໂມກ-ລາຊະອານາຈັກກຳປູ
ເຈຍ ເຊັ່ນກອງພັນ 28 ກອງບັນຊາການທະຫານແຂວງຈຳປາສັກ, ກອງຮ້ອຍທະຫານຊາຍແດນ 525 ແລະ ກອງຮ້ອຍທະຫານຊາຍແດນ 529.

     ໃນໂອກາດ‎ ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ຍັງໄດ້ນຳເອົາວັດຖຸປັດໄຈ ແລະ ອຸປະກອນຮັບໃຊ້
ວຽກງານວິຊາສະເພາະ ຈຳນວນໜຶ່ງມອບໃຫ້ບັນດາກົມກອງດັ່ງກ່າວຕື່ມອີກ.

ແຫຼ່ງຂ່າວໂດຍ ອາໄຊ ໂທລະພາບກອງທັບ
ວັນທີ 05/03/2026