ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາ​ໄສ ທົ່ວກອງທັບ ຄັ້ງທີ V ປີ 2025


ພົນຕີ ສາຍໃຈ ກົມມະສິດ ເປັນປະທານ ກອງ​ປະຊຸມເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວກອງທັບ ວັນ​ທີ 03/11/2025

    ພິທີເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວກອງທັບ ຄັ້ງທີ V ປີ 2025 ແຕ່ວັນທີ 3 - 12 ພະຈິກ 2025 ໄດ້
ຈັດຂຶ້ນໃນ ວັນທີ 3 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະຊີ້ນໍາລະດັບຊາດ, ຫົວໜ້າຄະນະຊີ້ນໍາການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ
ກອງທັບ ຄັ້ງທີ V, ມີທ່ານ ລຽນທອງ ສຸພານີ ຮັກສາການຫົວໜ້າກົມສະຖິຕິ ແລະ ເສດຖະກິດສັງຄົມ ສູນສະຖິຕິແຫ່ງຊາດກະຊວງການເງິນ,
ຫົວໜ້າຫ້ອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນສູນກາງ, ມີຄະນະນໍາ 4 ກົມ ໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາ
ກົມ, ຫ້ອງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ທ່ານ ລຽນທອງ ສຸພານີ ໄດ້ຂຶ້ນມີຄໍາເຫັນ ໂດຍປະຕິບັດຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ວ່າດ້ວຍການສໍາຫຼວດ
ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ການສໍາຫຼວດພົນລະເມືອງໃນຄັ້ງນີ້ ແມ່ນບັ້ນສໍາຫຼວດໃຫຍ່ລະດັບຊາດ, ມີຄວາມ
ສໍາຄັນທີ່ສຸດໃນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ປັດໃຈທີ່ກະທົບຕໍ່ການ
ຂະຫຍາຍຕົວຂອງພົນລະເມືອງລາວໃນທຸກໆ 10 ປີ, ອີງໃສ່ກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບ
ຍືນຍົງ ແລະ ວິໄສທັດຮອດປີ 2030 ກໍຄືການປະຕິບັດພັນທະຕໍ່ສາກົນ, ປະເທດເຮົາໄດ້ກຳນົດເອົາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນ
ທຸກໆ 10 ປີ ແຕ່ລະປີທີ່ສໍາຫຼວດແມ່ນລົງທ້າຍດ້ວຍເລກ 5 ເຊິ່ງໄດ້ດໍາເນີນມາ 4 ຄັ້ງ ຄື: ປີ 1985, 1995, 2005, 2015 ແລະ ຄັ້ງນີ້ເປັນຄັ້ງທີ
5 ປີ 2025 ສໍາລັບເປົ້າໝາຍການສໍາຫຼວດ ແມ່ນປະຊາຊົນລາວບັນດາເຜົ່າ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ພະນັກງານ, ທະຫານ ແລະ ຕຳຫຼວດ
ທີ່ຢູ່ໃນການຄຸ້ມຄອງຂອງກະຊວງທີ່ກ່ຽວຂ້ອງ, ບຸກຄົນທີ່ເປັນຊາວຕ່າງດ້າວ, ຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ແລະ ຄົນລາວທີ່ໄປເຮັດວຽກ
ຢູ່ຕ່າງປະເທດ, ເປົ້າໝາຍໃນການສໍາຫຼວດໃນ ຄັ້ງນີ້ໄດ້ແບ່ງອອກເປັນ 3 ຫົວໜ່ວຍ ຄື: ຫົວໜ່ວຍທີ່ຢູ່ອາໄສ, ຫົວໜ່ວຍຄົວເຮືອນ ແລະ ຫົວໜ່ວຍ
ບຸກຄົນ, ສະເພາະກອງທັບປະຊາຊົນລາວ ເປົ້າໝາຍໃນການສໍາຫຼວດ ປະກອບມີ: ຈຳນວນ ນາຍ ແລະ ພົນທະຫານທີ່ສັງກັດຢູ່ໃນກົມກອງອາໄສ
ໃນຂອບເຂດຄ້າຍເຊິ່ງບໍ່ໄດ້ຂື້ນສໍາມະໂນຄົວນໍາບ້ານ, ຈໍານວນ ນາຍ ແລະ ພົນທະຫານທີ່ນອນຍາວໃນຄ້າຍ ຂຶ້ນບັນຊີພາຍໃຕ້ການຄຸ້ມຄອງຂອງກະ
ຊວງປ້ອງກັນປະເທດ,ຈໍານວນວິຊາການ, ກຳມະກອນໂຮງຈັກໂຮງງານ, ນິຄົມທີ່ຂຶ້ນກັບກົມກອງກຳລັງຫຼວງ ແລະ ກຳລັງ ທ້ອງຖິ່ນ, ພາກສ່ວນ
ທີ່ບໍ່ແມ່ນທະຫານແຕ່ຢູ່ຂອບເຂດຄ້າຍເປັນປະຈໍາ 6 ເດືອນຂຶ້ນໄປ,ຈໍານວນນາຍ ແລະ ພົນທະຫານ ທີ່ໄປສຶກສາຢູ່ບັນດາໂຮງຮຽນ, ວິທະຍາຄານ,
ສູນເສຍອົງຄະ ແລະ ກຳລັງປິ່ນປົວຢູ່ໂຮງໝໍ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ, ນວນບຸກຄົນ ຫຼື ຍາດພີ່ນ້ອງຂອງບັນດາຄົວເຮືອນ ນາຍທະຫານ
ຂັ້ນນໍາ ຍົດຊັ້ນພັນເອກທີ່ພັກອາໄສ ຢູ່ນອນຄ້າຍ ແມ່ນກະຊວງປ້ອງກັນປະເທດເປັນຜູ້ຂຶ້ນບັນຊີການສໍາຫຼວດ.

     ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ມີຄໍາເຫັນ ແລະ ກ່າວເປີດເປີດບັ້ນດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ
ທົ່ວກອງທັບ ຄັ້ງທີ V ປີ 2025 ການສໍາຫຼວດພົນລະເມືອງໃນຄັ້ງນີ້ ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະ
ເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ ຄັ້ງທີ X ເວົ້າລວມ, ເວົ້າສະເພາະ ສໍາລັບກອງທັບ ແມ່ນເປັນບ່ອນອີງໃຫ້ແກ່ການກະກຽມແຜນຍຸດທະສາດປັບປຸງກໍ່ສ້າງກໍາລັງດ້ານການ
ຈັດຕັ້ງ ແລະ ການປະກອບຈໍານວນພົນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ສະນັ້ນ ໃຫ້ພ້ອມກັນຍົກສູງ
ຄວາມໝາຍ-ຄວາມສໍາຄັນຂອງວຽກງານນີ້ ໃຫ້ດໍາເນີນການສໍາຫຼວດເກັບກຳຂໍ້ມູນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນກັບເວລາທີ່ໄດ້ກຳນົດ, ຮັບປະ
ກັນທຸກການຈົດນັບ ແລະ ຫຼີກເວັ້ນການຈົດນັບທັບຊ້ອນລະຫວ່າງກອງທັບ ກັບ ພາກພົນລະເຮືອນ ສໍາລັບເນື້ອໃນ ແລະ ວິທີການສໍາຫຼວດ ກະຊວງ
ປ້ອງກັນປະເທດ ກໍໄດ້ຈັດຕັ້ງການເຝິກອົບຮົມໄປແລ້ວ ສະເໜີໃຫ້ບັນດາສະຫາຍ ຕິດຕາມ ແລະ ຊີ້ນໍາ ນໍາຄູເຝິກ ແລະ ນັກເດີນສໍາຫຼວດຂັ້ນຕົນ ເອົາ
ໃຈໃສ່ລະອຽດ ດ້ານການຈັດຕັ້ງປະຕິບັດແຕ່ລະຂັ້ນ ຄຽງຄຸ່ກັບການເດີນສໍາຫຼວດພາກສະໜາມ ແຕ່ລະກົມກອງຕ້ອງໄດ້ຈັດຕັ້ງກໍາລັງປ້ອງກັນຮັກສາ
ຄວາມປອດໄພໃຫ້ໄດ້ 100% ໃນຂົງເຂດທີ່ຕົນຮັບຜິດຊອບ ໂດຍໃຫ້ສົມທົບກັບກໍາລັງ ປກສ, ກຳລັງກອງຫຼອນ-ກອງປ້ອງກັນຕົວ ລວມທັງປະຊາຊົນ
ໃນຂອບເຂດນັ້ນໆໂດຍໃຫ້ມີການຈັດຕັ້ງລະບົບປະຈຳການ ຕະຫຼອດ 24 ຊົ່ວໂມງ ແລະ ສ່ອງແສງລາຍງານເປັນປະຈຳທຸກໆວັນ ທັງຕິດຕາມ ແລະ
ລາຍງານການເຮັດໜ້າທີ່ຂອງແຕ່ລະບຸກຄົນຕໍ່ຂັ້ນເທິງ ພາຍຫຼັງສໍາເລັດການເດີນສໍາຫຼວດໃນລະດັບຊາດ ຈະໄດ້ມີການສະເໜີການຍ້ອງຍໍຜົນງານ ເພື່ອ
ເປັນຫຼັກຖານສະແດງເຖິງຜົນງານປະກອບສ່ວນຮັບໃຊ້ຊາດຂອງແຕ່ລະຄົນ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 04/11/2025