ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ກອງພົນທີ 4


ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ແລະ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຈັດຂຶ້ນໃນ ວັນທີ 31 ກໍລະກົດ ຜ່ານ
ມານີ້, ຢູ່ທີ່ ສະໂມສອນກອງພົນທີ 4 ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກໍາມະການຄະນະ
ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນ
ທີ 4, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4, ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໝືອ ຮອງຫົວໜ້າກົມ
ພະນັກງານ ກົມໃຫຍ່ການເມືອງກອງທັບ ແລະ ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດທີ່ຂຶ້ນກັບກອງພົນ ຕະຫຼອດ
ຮອດແຂກທີ່ຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ສະຫາຍ ພັນເອກ ຈັນແດງ
ຂຸນຍຸລາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4 ພັກການ ຮັບບໍານານ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງ
ຕັ້ງ ສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ ກອງພົນທີ 4 ແລະ ແຕ່ງຕັ້ງ ສະຫາຍ ພັນ
ໂທ ແສງທອງ ສີທະວົງ ເປັນຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ແລະ ຜ່ານມະຕິຕົກລົງ ຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງປ່ຽນແທນກຳມະການຄະນະພັກ, ກໍາມະການຄະນະປະຈຳພັກ ແລະ ປະທານກວດກາພັກ ກອງພົນທີ 4 ໃນນັ້ນ, ຕົກລົງແຕ່ງຕັ້ງ ສະ
ຫາຍ ພັນເອກ ຈັນທຸມມາ ນໍອາມາດ ເປັນກໍາມະການຄະນະປະຈຳພັກ ທັງເປັນປະທານກວດກາພັກ ກອງພົນທີ 4 ແລະ ແຕ່ງຕັ້ງ ສະຫາຍ ພັນໂທ
ດາວວອນ ສຸກປະເສີດ ເປັນກໍາມະການຄະນະພັກ ກອງພົນທີ 4. ໂອກາດນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິນຄຳປະທຸມ ໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບນະໂຍບາຍ ພັກການ ຮັບບໍານານ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ
ສ້າງສາປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາ.

     ພ້ອມທັງ, ເນັ້ນໜັ້ກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ວ່າ: ນີ້ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ
ເປັນການມອບໝາຍໜ້າທີ່ອັນສໍາຄັນ ຂອງຄະນະນໍາກະຊວງປ້ອງກັນປະເທດ ທີ່ໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ ດັ່ງນັ້ນ, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່
ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃນການເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ, ຮຽກຮ້ອງໃຫ້ບັນດາຄະນະ
ພັກ-ຄະນະບັນຊາ ຈົ່ງພ້ອມກັນຍົກສູງພາລະບົດບາດ, ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ
ເປັນກົກ ເພື່ອສຶກສາອົບຮົມພະນັກງານ-ນັກຮົບ ໃນແຕ່ລະຂັ້ນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະ
ບຽບຂອງກອງທັບ, ເຂົ້າຮ່ວມໃນທຸກຂົງເຂດວຽກງານລວມຂອງກົມກອງ ຕາມ 5 ຫຼັກການ 3 ທິດນໍາຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26
ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ສົມທົບກັບອໍານາດການປົກຄອງ ໃນແຕ່ລະຂັ້ນ
ຕາມ 4 ເນື້ອໃນ 4 ຄາດໝາຍຂອງຂັ້ນເທິງວາງອອກ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກ
ຄົນຮັບຜິດຊອບຢ່າງລະອຽດ, ປັບປຸງແບບແຜນວິທີເຮັດວຽກນໍາພາ-ບັນຊາ ໃນແຕ່ລະຂັ້ນ, ເອົາໃຈໃສ່ອົບຮົມ-ຫັດແອບການເມືອງ, ການທະຫານ, ພະ
ລາທິການ-ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບມີຄວາມຊໍານິຊໍານານ ສາມາດຮັບປະກັນໃຫ້ແກ່ວຽກງານສູ້ຮົບ, ສ້າງພະນັກງານ,
ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານສືບທອດ 3 ຮຸ່ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ
ດ້ວຍຕົນເອງ ເພື່ອພ້ອມກັນນໍາພາກອງທັບ, ນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ບົວຄຳ ທອງລັດສະໝີ
ວັນທີ 04/08/2025