ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2025


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ 3 ກໍລະກົດ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2025, ໂດຍການ
ເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບ
ຮົມ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບບັ້ນອົບຮົມການເມືອງ
-ແນວຄິດ ປະຈຳປີ 2025, ຜ່ານການຂຶ້ນຫ້ອງອົບຮົມຊຸດທີ 1 ແລະ ຊຸດທີ 2 ສາມາດເກັບກໍາຕີລາໄດ້ຄື : ຊຸດທີ 1 ມີພະນັກງານຫຼັກແຫຼ່ງແຕ່ຊັ້ນ
ພັນຕີ-ພັນໂທ ຈຳນວນ 350 ສະຫາຍ, ກຳນົດເວລາ 4 ວັນ ແລະ ຊຸດທີ 2 ມີພະນັກງານຊັ້ນນາຍຮ້ອຍລົງຮອດພົນທະຫານ ມີຈຳນວນ 350 ສະ
ຫາຍ, ກໍານົດເວລາດຳເນີນ 4 ວັນ, ຈຸດປະສົງເພື່ອເປັນການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນໍ້າໃຈຮັກຊາດຕໍ່ສູ້ບໍ່
ຍອມຈຳນົນຂອງພະນັກງານ-ນັກຮົບໃຫ້ສູງສົ່ງຢູ່ສະເໝີ; ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຢ່າງຕາຍໃຈຕໍ່ແນວທາງ, ແຜນນະໂຍບາຍ ການນໍາພາຂອງ
ພັກໃນແຕ່ລະໄລຍະ, ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ກຽມພ້ອມເຮັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບ ການມອບໝາຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນໂອ້ລົມ ຫຼາຍບັນທີ່ສໍາຄັນ ພ້ອມທັງ, ສະແດງຄວາມຍ້ອງຍໍຊົມເຊີຍ
ຕໍ່ ຄູ-ອາຈານ ແລະ ນັກເຝິກອົບຮົມ ທີ່ໄດ້ພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ ເຊິ່ງສະແດງເຖິງຄວາມເປັນເຈົ້າການ,
ຄວາມຮັບຜິດຊອບໃນການຄຸ້ມຄອງ, ບັນຊາ, ຖ່າຍທອດຄວາມຮູ້ ຄວາມສາມາດຕ່າງໆ ຂອງຄູ-ອາຈານ ແລະ ນັກ ເຝິກອົບຮົມ ທີ່ຕັ້ງໜ້າ, ເອົາໃຈ
ໃສ່ຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ບັ້ນເຝິກ ອົບຮົມມີຜົນສໍາເລັດສູງ ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມ ຈົ່ງເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມ
ຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ,
ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄືຂອງກົມ ກອງຢ່າງເຂັ້ມງວດ, ນໍາເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະ
ຫຍາຍເຂົ້າໃນວຽກງານວິຊາສະເພາະ, ມີແບບແຜນວິທີເຮັດວຽກກໍຄືແບບແຜນດໍາລົງຊີວິດໃຫ້ມີການພັດທະນາດີຂຶ້ນ ເພື່ອປະກອບສ່ວນສ້າງກອງ
ທັບ ໃຫ້ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 04/07/2025