
ກອງປະຊຸມສະຫຼຸບຖອດຖອນບົດຮຽນກັບຊ່ຽວຊານຈາກສະຖາບັນຍຸດທະສາດ
ປ້ອງກັນຊາດ ກະຊວງປ້ອງກັນປະເທດຫວຽດນາມ

ວັນທີ 2 ມິຖຸນາ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກອງປະຊຸມ ເພື່ອສະຫຼຸບຖອດຖອນບົດຮຽນ
ວຽກງານ ກັບ ຊ່ຽວຊານຈາກສະຖາບັນຍຸດທະສາດ ປ້ອງກັນກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ພາຍຫຼັງທີ່ສຳ
ເລັດການມາເຄື່ອນໄຫວເຮັດວຽກຢູ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ
ຂັວນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງຍຸດທະສາດ ການທະ
ຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຜ່ານການປະຕິບັດໜ້າທີ່ ຕາມແຜນການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2026 ທີ່
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສະເໜີໃຫ້ຊ່ຽວຊານຈາກສະຖາບັນຍຸດທະ
ສາດ ປ້ອງກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ 1 ສະຫາຍ ມາຊ່ວຍດ້ານວິຊາສະເພາະວຽກງານຍຸດທະສາດ ການທະ
ຫານ ເປັນເວລາ 30 ວັນ ຖືວ່າໄດ້ສໍາເລັດຕາມແຜນການ. ສະນັ້ນ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຮ່ວມກັບຊ່ຽວຊານຂຶ້ນ ເພື່ອຮ່ວມມືກັນຊຸກຍູ້ສົ່ງເສີມສິ່ງທີ່ເຮັດໄດ້ ແລະ
ຊອກຫາວິທີແກ້ໄຂສິ່ງທີ່ຍັງຄົງຄ້າງຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ລະຫວ່າງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ສະຫາຍຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດ
ນາມ, ເວົ້າລວມແລ້ວ ແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານກັບຫ້ອງຍຸດທະສາດ ການທະຫານກະຊວງປ້ອງກັນປະເທດ ໄດ້ເຮັດສໍາເລັດ
ໜ້າທີ່ຂອງຕົນຕາມການມອບໝາຍ ຂອງກະຊວງປ້ອງກັນປະເທດຫວຽດນາມ. ພ້ອມທັງຍົກບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ເປັນ
ຕົ້ນແມ່ນເກັບກຳເອົາຂໍ້ມູນທີ່ບໍ່ທັນໄດ້ຈາກກົມກອງ ແລະ ຂໍ້ມູນແນວທາງນະໂຍບາຍ ຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ ກ່ຽວ
ກັບການພັດທະນາອຸດສາຫະກຳປ້ອງກັນຊາດ ຢູ່ ສປປ ລາວ ແລະ ສືບຕໍ່ປະສານສົບທົບກັບສະຖາບັນຍຸດທະສາດ ຂອງ ສສ ຫວຽດນາມ
ເພື່ອໃຫ້ສຳເລັດບົດຕາມແຜນການ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 04/06/2026