ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ແລະ ຫໍພັກນັກຮຽນ, ຕິດຕັ້ງໝໍ້ແປງ 30 KVA
ພ້ອມຕາຂ່າຍແຮງຕໍ່າ ຢູ່ເຂດພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ
ວັນທີ 30 ພຶດສະພາ ຜ່ານມານີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີ ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ແລະ ຫໍພັກນັກຮຽນ 1
ແຫ່ງ, ຕິດຕັ້ງໝໍ້ແປງ 30 KVA ພ້ອມຕາຂ່າຍແຮງຕໍ່າ ຢູ່ເຂດພຽງສາ ເມືອງຊຽງຄໍ້ ເເຂວງຫົວພັນ ກັບ ບໍລິສັດ ທີເຮັສວີ ສຳຫຼວດອອກແບບກໍ່
ສ້າງເຄຫະສະຖານ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ທອງເວີນ ສີເວີນຄໍາ ປະທານ ບໍລິສັດ ທີເຮັສວີ ສຳຫຼວດອອກ
ແບບກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວ, ມີຜູ້ຕາງໜ້າກົມວິຊາສະເພາະທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຜູ້ຮັບເໝົາ ແລະ ເຈົ້າຂອງໂຄງການ, ອີງຕາມ ແຈ້ງ
ການ ຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການອະນຸມັດແຜນການລົງທຶນ ຂອງລັດ ປະຈໍາປີ 2025, ອີງຕາມ ມະຕິ
ຂອງຄະນະກຳມະການ ປກຊ-ປກສ ສູນກາງ, ເພື່ອເຮັດໃຫ້ແຜນການວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຂອງ
ກະຊວງປ້ອງກັນປະເທດ ມີຜົນສໍາເລັດໃນການຕິດຕາມຄຸ້ມຄອງໃຫ້ສອດຄ່ອງຕາມລະບຽບການ, ມາດຖານເຕັກນິກກຳນົດ, ເຊິ່ງທັງສອງຝ່າຍໄດ້
ຕົກລົງເປັນເອກະພາບເຊັນສັນຍານໍາກັນຕາມເນື້ອ ວ່າດ້ວຍຂໍ້ຜູກພັນໃນສັນຍາ, ຝ່າຍມອບເໝົາໄດ້ຕົກລົງເຫັນດີມອບໂຄງການ ໃຫ້ຜູ້ຮັບເໝົາກໍ່
ສ້າງໂຄງການກໍ່ສ້າງໂຮງຮຽນ ແລະ ຫໍພັກນັກຮຽນ 1 ແຫ່ງ ແລະ ຕິດຕັ້ງໝໍ້ແປງ 30 KVA ພ້ອມຕາຂ່າຍໄຟແຮງຕໍ່າເຂດພຽງສາ ເມືອງຊຽງຄໍ້
ແຂວງຫົວພັນ ໃຫ້ຝ່າຍຮັບເໝົາໂຄງການເປັນຜູ້ກໍ່ສ້າງນັບແຕ່ມື້ເລີ່ມຕົ້ນລົງມືກໍ່ສ້າງຈົນສໍາເລັດ 100%.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 04/06/2025