
ກອງປະຊຸມສ່ອງແສງ ວຽກງານພະລາທິການ ທົ່ວກອງທັບ ປະຈໍາປີ 2025 ຢູ່ເຂດ I

ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 02/02/2026
ໃນວັນທີ 2 ກຸມພາ 2026 ນີ້, ຢູ່ທີ່ກອງບັນຊາການທະຫານອາກາດ ໄດ້ເປີດກອງປະຊຸມສ່ອງແສງ ວຽກງານພະລາທິການ ທົ່ວກອງ
ທັບ ປະຈຳປີ 2025 ຢູ່ເຂດ I, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະ
ຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຫົວໜ່ວຍ 18 ກົມກອງ ແລະ ພ້ອມ
ດ້ວຍບັນດາພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສ່ອງແສ່ງ ວຽກງານພະລາທິການໃນຄັ້ງນີ້ ຄະນະພັກກະຊວງເຫັນໄດ້ວຽກງານພະລາທິການເປັນບັນຫາສໍາຄັນ ເປັນລີມາສິດ
ສູ່ຮົບແຖວໜ້າຮັບປະກັນໃຫ້ແກ່ກອງທັບ ໂອກາດດັ່ງກ່າວ, ບັນດາຜູ້ຮັບຜິດຊອບວຽກງານພະລາທິການແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍ
ງານສະພາບການໂດຍຫຍໍ້ຢ່າງສ້າງສັນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານພະລາທິການໃນກອງທັບ ໃນໄລຍະຜ່ານມາ ໂດຍຫັນເອົາຂົງເຂດ
ວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງຜັນຂະຫຍາຍໃຫ້ຖຶກຕ້ອງເໝາະ
ສົມກັບສະພາບຕົວຈິງຂອງກົມກອງ ໃນວຽກງານຄຸ້ມຄອງ-ລ້ຽງດູທັບເປັນຕົ້ນ ແມ່ນວຽກງານ 4 ປູກ 4 ລ້ຽງ ຕາມທ່າແຮງບົ້ມຊ້ອນຂອງກົມ
ກອງໄດ້ຮັບການພັດທະນາ ແລະ ສາມາດສ້າງລາຍຮັບໃຫ້ແກ່ກົມກອງໄດ້ຫຼາຍຂຶ້ນ. ນອກຈາກນັ້ນ, ຫຼາຍກົມກອງຍັງໄດ້ຍົກໃຫ້ເຫັນດ້ານດີ,
ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຄໍາເຫັນສະເໜີຕ່າງໆ ຢ່າງກົງໄປກົງມາ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ
ກັນ ໂດຍສະເພາະແມ່ນວຽກງານຈັດຕັ້ງປະຕິບັດວຽກງານພະລາທິການໃຫ້ສູງຂຶ້ນ ທັງເປັນການປັບປຸງກໍ່ສ້າງກອງທັບໃຫ້ມີລະບຽບແບບແຜນ
ທັນສະໄໝຢ່າງຮອບດ້ານ ແລະ ໄປພ້ອມກັນນັ້ນ ກໍໄດ້ຈັດຕັ້ງຮັບປະກັນຄັງສຳຮອງພະລາທິການກຽມພ້ອມສູ້ຮົບ 3 ພາວະ, ຮັບປະກັນໃຫ້ແກ່
ກົມກອງເຄື່ອນໄຫວສູ້ຮົບ, ຮັບປະກັນແກ້ໄຂຊີວິດການເປັນຢູ່, ເພີ່ມພູນຜະລິດຜົນ, ສ້າງເສດຖະກິດການເງິນໃຫ້ແກ່ກົມກອງ ແລະ ເອົາໃຈໃສ່
ຈັດຕັ້ງລ້ຽງດູທັບທາງດ້ານສະບຽງອາຫານ ກິນເຂົ້າເຮືອນຄົວລວມມື້ໜຶ່ງ 03 ຄາບ, ຮັບປະກັນ ພາຫະນະເຕັກນິກຮັບໃຊ້ດ້ານຕ່າງໆ, ຮັບປະກັນ
ເຄື່ອງອຸປະໂພກ-ບໍລິໂພກ, ນ້ຳມັນເຊື້ອໄຟ ແລະ ຄຸ້ມຄອງການລາຍຮັບ-ລາຍຈ່າຍຢ່າງຖຶກຕ້ອງຮັດກຸ້ມ ແລະ ປະຕິບັດຕາມຫຼັກການຂອງຂັ້ນເທິງ
ວາງອອກຢ່າງເຂັ້ມງວດ, ໄປຄຽງຄູ່ກັນນັ້ນ ຍັງໄດ້ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູໃຫ້ເປັນລະບຽບຮຽບຮ້ອຍຈົບງາມ, ນອກຈາກນັ້ນ, ຫຼາຍກອງກໍ
ໄດ້ປະຕິບັດຕາມຄຳຂວັນ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນໍາຂອງຂັ້ນເທິງມີຜົນສາເລັດ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກສັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເຫັນວ່າ
ຫຼາຍກົມກອງປະຕິບັດໜ້າທີ່ມີຜົນສໍາເລັດ ພ້ອມທັງ ເນັ້ນໜັກໃຫ້ແຕ່ລະກົມກອງຕ້ອງຍົກສູງພາລະບົດບາດໜ້າທີ່ວຽກງານພະລາທິການ ໃຫ້
ມີຄວາມຮັບຜີດຊອບສູງເປັນເຈົ້າການຮັບປະກັນການລ້ຽງດູທັບໃຫ້ນາຍ ແລະ ພົນທະຫານ ໄດ້ດໍາລົງຊີວິດທີດີຂຶ້ນ, ລົງເລິກຊຸກຍູ້ວຽກງານການ
ເພີ່ມພູນຜະລິດຜົນປູກຝັງ ແລະ ລ້ຽງສັດ ສ້າງລາຍຮັບໃຫ້ແກ່ກົມກອງ ແລະ ຮັບປະກັນຄຸ້ມຄອງປັບປຸງກໍ່ສ້າງວຽກງານພະລາທີການ ໄດ້ຮັບ
ການພັດທະນາແບບແຜນທັນສະໄໝສູງຂຶ້ນເປັນກ້າວໆ.
ແຫຼ່ງຂ່າວໂດຍ ສີທາ
ວັນທີ 04/02/2026