
ຄະນະກົມ ວສ-ປສ ການທະຫານ ເຂົ້າອວຍພອນ ຄະນະຫ້ອງການທີ່ປຶກສາທູດ
ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ

ວັນທີ 1 ກັນຍາ 2026 ນີ້, ຄະນະກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ນຳໂດຍ ສະຫາຍ ພັນເອກ ປອ ສິງ ບຸນນີວົງ ຮອງຫົວໜ້າ
ກົມ ວສ-ປສ ການທະຫານ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026), ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ກາວ ດ້າຍ ຖັງ ຮອງ
ຫົວໜ້າຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ປອ ສິງ ບຸນນີວົງ ໄດ້ສະແດງຄວາມຢ້ຽມຢາມ, ຖາມຂ່າວ ແລະ ອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 81 ປີ,
ອວຍພອນແດ່ ການນໍາພັກ-ລັດຖະບານ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານ-ນັກຮົບ ຜູ້ທີ່ປະຈຳການ ຢູ່ຫ້ອງການທີ່ປຶກສາທູດ ຝ່າຍປ້ອງ
ກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະເທດຊາດ ມອບໝາຍໃຫ້
ພ້ອມກັນສືບຕໍ່ມູນເຊື້ອຄວາມສາມັກຄີຮັກແພງ ຂອງສອງຊາດ, ສອງກອງທັບ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂອກາດນີ້, ສະຫາຍ ພັນເອກ ກາ
ດ້າຍ ຖັງ ໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງຄະນະກົມ ວສ-ປສ ການທະຫານ ທີ່ມາຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດສຳຄັນນີ້, ພ້ອມ
ທັງ ອວຍພອນຄືນໃຫ້ຄະນະ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ອວຍພອນແດ່ສາຍພົວພັນຮ່ວມມື ລະຫວ່າງ
ສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 03/09/2026