ປະກາດການແຕ່ງຕັ້ງ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ
ປກຊ-ປກສ ແຂວງສະຫວັນນະເຂດ
ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ວັນທີ 30 ມິຖຸນາ 2025 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງປະທານ, ຜູ້
ປະຈຳການ ແລະ ກຳມະການ, ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະ
ຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ ມີແຂກຖືກເຊີນ, ຄະນະ
ພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງ ແລະ ຈາກກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້
ຜ່ານບົດລາຍງານການເຄື່ອນໄຫວກ່ຽວກັບວຽກງານ ປກຊ-ກປສ ແຂວງໃນໄລຍະຜ່ານມາໂດຍຫຍໍ້ເພື່ອຊາບ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ທຸມ
ມາ ພົມມະທໍາ ຮອງຫົວໜ້າຫ້ອງການ, ຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ
ແລະ ຄະນະກຳມະການ, ກຳມະການປກຊ-ປກສ ແຂວງສະຫວັນນະເຂດ. ໂດຍຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ເປັນ
ຮອງປະທານ, ທັງເປັນຜູ້ປະຈຳການ ແລະ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ເປັນກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ.
ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ກ່າວວ່າ: ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຜູ້ເຂົ້າຮ່ວມທີ່ເຮັດວຽກງານດັ່ງກ່າວ ຈົ່ງພ້ອມ
ກັນເຮັດວຽກເປັນໝູ່ຄະນະ ສຸມໃສ່ນຳພາປະຕິບັດວຽກງານ ປກຊ-ປກສ ພາຍໃນແຂວງ ແລະ ຂອບເຂດຊາຍແດນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີປະກົດ
ການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ, ຖ້າມີປະກົດການຫຍໍ້ທໍ້ທີ່ມີຜົນກະທົບຕໍ່ວຽກງານ ປກຊ-ປກສ ພາຍໃນຂອບເຂດຕົນຮັບຜິດຊອບ ຕ້ອງພ້ອມກັນເປັນ
ເຈົ້າການຕ້ານ ແລະ ແກ້ໄຂໂດຍດ່ວນ ເພື່ອບໍ່ໃຫ້ເຫດການດັ່ງກ່າວແຜ່ລາມອອກເປັນວົງກວ້າງ, ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ເຮັດ
ວຽກແນວຄິດ-ການເມືອງໃຫ້ປະຊາຊົນເປັນປະຈຳ ເພື່ອເປັນການຕ້ານປະກົດການຫຍໍ້ທໍ້ພາຍໃນ ແລະ ຂອບເຂດຊາຍແດນ ນັບມື້ດີຂຶ້ນເປັນກ້າວໆ.
ແຫຼ່ງຂ່າວໂດຍ ຄຳໃສ
ວັນທີ 03/07/2025