ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ


    ວັນທີ 31 ພຶດສະພາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງເລື່ອນ
ຊັ້ນຮ້ອຍເອກ ຂຶ້ນ ພັນຕີ 14 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 36 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 19 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 01
ສະຫາຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງ
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ຄົ້ນຄວ້າເຊື່ອມຊຶມບັນດາມະຕິຄຳສັ່ງຂອງຄະນະພັກກະຊວງ , ປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ,
ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິ
ວັດ, ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງຕາມ
ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ອາຄົມ ສີພາລາ
ວັນທີ 03/06/2024