ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວການນໍາພັກ-ລັດ ມອບເຄື່ອງຊ່ວຍເຫຼືອໄພພິບັດແຜ່ນດິນໄຫວ ປະເທດມຽນມາ


ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ

    ວັນທີ 01 ເມສາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ບັນດາຄອບຄົວການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະ
ທານປະເທດແຫ່ງ ສປປ ລາວ ໄດ້ນໍາເອົາເງິນ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫຼືອປະເທດມຽນມາ
ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເຫດການແຜ່ນດິນໄຫວ, ໂດຍການກ່າວຮັບຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າ
ການ ກະຊວງປ້ອງກັນປະເທດ ພ້ອມຄະນະ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ຄອບຄົວການນໍາພັກ-ລັດ ເງິນສົດ 328.000.000 ກີບ,
ບໍລິສັດ PSL ເຊີວິດສ ຈໍາກັດຜູ້ດຽວ ເງິນສົດ 500.000.000 ກີບ ແລະ ເຄື່ອງບໍລິໂພກ ມູນຄ່າ 150.000.000 ກີບ.

     ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄອບຄົວການນໍາພັກ-ລັດ ແລະ ບໍລິສັດ PSL ເຊີວິດສ
ຈຳກັດຜູ້ດຽວ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍນໍາເອົາເງິນສົດ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອສົ່ງຕໍ່ນໍາໄປຊ່ວຍເຫຼືອ
ປະຊາຊົນປະເທດມຽນມາ ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້, ເຊິ່ງເປັນການສະແດງເຖິງຄວາມຈິງໃຈ, ຄວາມສາມັກຄີຮັກ
ແພງ ລະຫວ່າງສອງປະເທດລາວ-ມຽນມາ ທີ່ເຄີຍມີມູນເຊື້ອອັນດີງາມມາແລ້ວນັ້ນ, ພ້ອມທັງອວຍພອນໄຊໃຫ້ຈົ່ງມີສຸຂະພາບແຂງແຮງ ດໍາເນີນ
ທຸລະກິດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 03/04/2025