ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບ 1 ປິດຊຸດຮຽນໃຫ້ນັກຮຽນບຳລຸງ
ການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ


ສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຫົວໜ້າກົມໂຮງຮຽນ ກົມໃຫ່ຍເສນາທິການກອງທັບ ​ເປັນ​ປະທານ

    ພິທີປິດຊຸດຮຽນໃຫ້ນັກຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ 12 ສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນ
ທີ 27 ກຸມພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຫົວໜ້າກົມໂຮງຮຽນ ກົມໃຫ່ຍເສນາທິ
ການກອງທັບ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະບັນຊາ,
ອົງການ 5 ຫ້ອງ, 4 ກອງພັນ, ພະແນກການ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງການທະຫານ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ສະຫຼຸບການຈັດຕັ້ງ
ປະຕິບັດໂຄງການອົບຮົມ-ຫັດແອບບຳລຸງການທະຫານລະບົບ 6 ເດືອນ ຊຸດທີ 12 ສົກຮຽນ 2025-2026. ເຊິ່ງຄະນະພັກ-ຄະນະອຳນວຍ
ການໂຮງຮຽນກໍ່ໄດ້ເອົາໃຈໃສ່ປະຕິບັດຕາມແຜນການຮຽນ-ການສອນຖືກຕ້ອງຕາມໂຄງການຫຼັກສູດທີ່ ກົມໂຮງຮຽນກົມໃຫຍ່ເສນາທິການ
ວາງອອກທັນກັບເວລາ, ພ້ອມນັ້ນກໍ່ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄຸນສົມ ບັດສິນທຳປະຕິວັດ ເພື່ອໃຫ້ພະ
ນັກງານ -ນັກຮົບ-ນັກຮຽນໄດ້ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການເມືອງ ຂອງຕົນລົງໃກ້ຊິດຕິດແທດນຳພາ-ຊີ້ນໍາກອງພັນ,ກອງຮ້ອຍ,ຄູ-ອາຈານ ເອົາ
ໃຈໃສ່ຄຸ້ມຄອງດ້ານລະບຽບແບບແຜນຢ່າງເຂັ້ມງວດ, ກຳແໜ້ນສະພາບແນວຄິດການເຄື່ອນໄຫວໄປມາຢ່າງທົ່ວເຖິງ, ຖືເອົາການຂຶ້ນຫ້ອງອົບ
ຮົມ, ສິດສອນທາງດ້ານທິດສະດີ-ຫຼັກການເປັນຈຸດໜັກ, ຖືເອົາການຫັດແອບຕົວຈິງເປັນສຳຄັນ ແລະ ເອົາການຄົ້ນຄວ້າທວນຄືນ ໃນການ
ສອບເສັງແຕ່ລະວິຊາ ເພື່ອເປັນໄມ້ຫຼ່າວັດແທກຄວາມຮັບຮູ້.

     ໃນນີ້ມີນັກຮຽນທັງໝົດ104 ສະຫາຍ, ຍິງ 4 ສະຫາຍ, ມາຈາກກຳລັງຫຼວງ 82 ສະຫາຍ, ກຳລັງທ້ອງຖິ່ນ 22 ສະຫາຍ, ມີບົດຮຽນທັງ
ໝົດ 16 ວິຊາ, ໃນນັ້ນສອບເສັງຈົບຊັ້ນ 4 ວິຊາ,ຄະແນນຮຽນແຕ່ລະວິຊາລວມທັງໝົດ 13.500 ຄະແນນ, ຄະແນນດີຫຼາຍ 63 ສະຫາຍ, ຄະ
ແນນດີ 41 ສະຫາຍ, ຕີລາຄາຜົນໄດ້ຮັບ 81% ແລະ ລະດັບການຮໍ່າຮຽນຂັ້ນດີຫຼາຍ.

ແຫຼ່ງຂ່າວໂດຍ ນ້ອຍຈັນໄພ ແກ້ວວັນເຮືອງ
ວັນທີ 03/03/2026