
ກອງພົນທີ 3 ປິດຊຸດອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ V

ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ ຄັ້ງວັນທີ 30/01/2026
ໃນວັນທີ 30 ມັງກອນ 2026 ນີ້, ກອງພົນທີ 3 ໄດ້ປິດຊຸດອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີV, ໂດຍການເປັນປະ
ທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ມີສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ
ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ, ບັນດາເລຂາ, ຮອງເລຂາຮາກຖານພັກ, ໜ່ວຍພັກທົ່ວກອງພົນທີ 3 ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມລິດ ບົວໄຂຄໍາ ກໍາມະການຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງກອງພົນທີ 3 ໄດ້ຜ່ານບົດສະຫຼຸບຕີ
ລາຄາຜົນໄດ້ຮັບການເຝິກອົບຮົມກວດສອບເລຂາ, ຮອງເລຂາ ໜ່ວຍພັກ ຄັ້ງທີ V ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ , ດ້ານຄົງຄ້າງ ແລະ ບົດຮຽນ
ທີ່ຖອດຖອນໄດ້ ຜ່ານການເຝິກອົບຮົມມາເປັນເວລາ 10 ວັນ ເຫັນວ່າ ນັກກວດສອບໄດ້ພະຍາຍາມບຸກບືນມີຄວາມຕັດສິນໃຈຜ່ານຜ່າຄວາມ
ຫຍຸ້ງຍາກ ເສີມຂະຫຍາຍສະຕິປັນຍາເຊື່ອໜັ້ນຕົນເອງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການຄົ້ນຄວ້າຮ່ຳຮຽນ
ເຮັດໃຫ້ການກວດສອບທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ບັນລຸຕາມລະດັບຄາດໜາຍທີ່ວາງໄວ້, ການກວດສອບຄັ້ງນີ້ປະກອບດ້ວຍ
2 ເອກະສານຄື: ພາກທິດສະດີລວມມີ 20 ຄໍາຖາມ 20 ຂະໜານຕອບ, ພາກປະຕິບັດຕົວຈິງ ມີ 20 ຄໍາຖາມ ແລະ 20 ຂະໜານຕອບ,
ຜ່ານການກວດສອບຕົວຈິງມີນັກກວດສອບເຂົ້າຮ່ວມທັງໝົດຈຳນວນ 50 ສະຫາຍ, ສາມາດຕີລາຄາໄດ້ ປະເພດເກັ່ງ 10 ສະຫາຍ, ປະເພດ
ແຂງ 39 ສະຫາຍ ແລະ ປະເພດກາງ 1 ສະຫາຍ. ພ້ອມນີ້ກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກກວດສອບຈໍານວນ 50 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານທີ່
ກ່ຽວຂ້ອງ ຕະຫຼອດຮອດນັກເຝິກອົບຮົມແຕ່ລະສະຫາຍ ທີ່ໄດ້ເອົາໃຈໃສ່ສຸມສະຕິ ປັນຍາເຫື່ອແຮງເຂົ້າໃນການກວດສອບຄັ້ງນີ້ ເຮັດໃຫ້ການ
ກວດສອບສຳເລັດເປັນຢ່າງດີ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ, ໜ່ວຍພັກ ຕ້ອງໄດ້ເອົາໃຈໃສ່ກະຕືລືລົ້ນຄົ້ນ
ຄວ້າເຊື່ອມຊຶມຕໍ່ແນວທາງການເມືອງຂອງພັກ, ການຊີ້ນຳ-ນໍາພາຂອງພັກ, ຍົກສູງບົດບາດສິດໜ້າທີ່ຂອງເລຂາ, ຮອງເລຂາພັກໃຫ້ມີຄວາມ
ຮັບຮູ້ ແລະ ຕັດສິນໃຈເຂົ້າໃນປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ.
ແຫຼ່ງຂ່າວໂດຍ ຄໍາຜູຍ
ວັນທີ 03/02/2026