ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພົບ​ປະ​ໂອ້​ລົມ​ຄະນະ​ທີມ​ນັກກິລາ​ກອງທັບ​

ທີ່ກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI


    ວັນ​ທີ 31 ຕຸລາ 2022 ນີ້, ຢູ່​ທີ່​ກອງ​ກິລາ​ກອງທັບ ໄດ້ຈັດຕັ້ງ​ພິທີ​ພົບ​ປະ​ໂອ້​ລົມ​ຄະນະ​ຮັບຜິດຊອບ, ຄູ​ດ​ເຝິກ ແລະ ນັກ​ກິລາ​ກອງທັບທີ່​ກະກຽມ​ເຂົ້າ​ ຮ່ວມ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າພາບ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ
ລັດຖະມົນຕີ​ກະຊວງ​ປ້ອງກັນປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາທິການ​ກອງທັບ, ມີ​ບັນດາຄະນະຮັບຜິດຊອບນັກກິລາ, ມີຄະນະ​ພັກ-ຄະນະບັນຊາກອງກິລາ ​​ກອງທັບ, ບັນດາ​ຜູ້​ຈັດການ​ທີມ, ຄູ​ເຝິກ ແລະ ນັກກິລາ​ແຕ່​ລະ​ປະເພດ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ແກ້ວ​ສະຫວ່າງ ສະຕິ​ທອງ ຫົວໜ້າ​ການທະຫານ​ ກອງ​ກິລາ​ກອງທັບ ຕາງ​ໜ້າ​ໃຫ້​ຄະນະ​ຮັບຜິດຊອບ​ກິລາ​ກະຊວງ​ປ້ອງ​ກັນ​ປະເທດ ຂຶ້ນ​ ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການ​ຫ້າງ​ຫາ​ກະກຽມ​ນັກກິລາ, ຜູ້​ຈັດການ​ທີມ ແລະ ຄູ​ເຝິກ​ທີ່​ກະກຽມ​ເຂົ້າ​ຮ່ວມງານ​ແຂ່ງຂັນ​ກິລາ​ແຫ່ງຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງ ຂວາງ​ເປັນ​ເຈົ້າພາບ ແລະ ໄດ້ເຕົ້າໂຮມ​ນັກ​ກິລາ​ເຂົ້າ​ນອນ​ສູນ​ຕາມ​ທິດ​ຊີ້​ນຳຂອງ​ຄະນະ​ຮັບຜິດຊອບ ເຊິ່ງ​ແບ່ງ​ອອກ​ເປັນ 2 ໄລຍະຄື: ໄລຍະ​ທີ I ແຕ່​ວັນ​ທີ 3- 15 ຕຸລາ 2022, ໄລຍະ​ທີ II ແຕ່ວັນ​ທີ 16 ຕຸ ລາ 2022 ແລະ ມາເຖິງປັດຈຸບັນ​ສາມາດ​ຄັດເລືອກ​ນັກ​ກິລາ​ໄດ້​ທັງ​ໝົດ 259 ສະຫາຍ, ໃນ 16 ປະເພດ ​ກິລາ 18 ລາຍການ​ແຂ່ງຂັນ. ເຊິ່ງ​ມີນັກ​ກິລາມາ​ຈາກ​ກອງ​ພົນ​ທີ 2, ກອງ​ພົນ​ທີ 4, ບັນດາ​ກອງພັນ​ໃຫຍ່ 11, 279, 702, 641, ກົມ​ໃຫຍ່​ພະ​ລາ, ກົມ ໃຫຍ່​ເຕັກນິກ, ກົມ 213, ບັນດາວິທະຍາຄານ, ໂຮງຮຽນ 307, 301 ແລະ ນັກຮຽນ, ນັກສຶກ​ສາ, ປະຊາຊົນ​ອ້ອມ​ຂ້າງຈຳນວນໜຶ່ງຕື່ມ​ອີກ ເພື່ອ​ສົ່ງ​ລາຍ ຊື່​ໃຫ້​ຄະນະ​ຈັດການ​ແຂ່ງຂັນ​ແຂວງ​ເຈົ້າພາບ. ໃນ​ນັ້ນ, ບໍ່​ໄດ້ນັບເພດ ແລະ ພາກສ່ວນ​ຮັບ​ໃຊ້. ຜ່ານການ​ຫັດ​ແອບ-ເຝິກຊ້ອມເຫັນວ່າ​ນັກ​ກິລາ​ແຕ່​ລະ​ປະເພດ ​ໄດ້​ເອົາໃຈໃສ່​ຫັດ​ແອບ-ເຝິກຊ້ອມ​ເປັນ​ທີມ, ຕາມ​ຕາຕະລາງ, ຕາມ​ໂມງ​ເວລາ ແລະ ປະຕິບັດ​ຕາມຂໍ້​ກຳນົດ​ໃນ​ການ​ນອນ​ສູນ​ໄດ້​ເປັນ​ຢ່າງ​ດີ.

     ໂອກາດ​ນີ້, ສະຫາຍ ພົນໂທ ຄຳ​ລຽງ ອຸ​ທະ​ໄກສອນ ກໍ​ໄດ້ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ, ຄູເ​ຝິກ ແລະ ນັກກິລາ​ທີ່​ໄດ້​ເອົາໃຈໃສ່ປະ ຕິບັດຕາມ​ແຜນການ​ຫັດ​ແອບ-ເຝິກຊ້ອມໃນ​ໄລຍະ​ຜ່ານ​ມາ, ພ້ອມທັງໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະຊີ້ນຳ, ຄູເຝິກ ແລະ ນັກກິລາແຕ່
ລະປະເພດຫັດແອບ-ເຝິກຊ້ອມ, ສຳລັບຄະນະຊີ້ນຳຕ້ອງ​ເອົາໃຈ​ໃສ່ເປັນ​ພິເສດເຮັດ​ວຽກ​ງານ​ສຶກ​ສາ​ອົບ​ຮົບ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ປົກກະຕິ, ເຮັດ​ເປັນ ​ປະຈຳ​ແຕ່​ລະ​ວັນ, ແຕ່​ລະ​ອາທິດ, ແຕ່​ລະ​ເດືອນ ແລະ ຕ້ອງ​ກຳ​ແໜ້ນ​ການເຄື່ອນໄຫວ​ຂອງ​ນັກ​ກິລາ​ແຕ່​ລະ​ສະຫາຍ ເພື່ອ​ຫັນ​ເຂົ້າ​ສູ່​ລະບຽບ​ແບບແຜນ, ປັບປຸງ​ ໃຫ້​ມີ​ຄວາມ​ເຂັ້ມແຂງ, ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ. ສຳລັບ​ຄູ​ເຝິກ ແລະ ຄະນະ​ຮັບຜິດຊອບ​ຕ້ອງ​ໄດ້​ເອົາໃຈ​ໃສ​່ຖ່າຍ ​ ທອດ​ບົດຮຽນ, ເຕັກນິກ, ປະສົບ​ການ ແລະ ນຳພາ​ນັກກິລາເຝິກ​ຊ້ອມ, ຖອດ​ຖອນ​ບົດຮຽນ​ເປັນ​ປົກກະຕິ​ຊອກ​ໃຫ້​ເຫັນ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ເພື່ອ​ປັບປຸງ​ແກ້​ໄຂ, ຕ້ອງ​ກ້າ​ເວົ້າ, ກ້າ​ຕຳ​ນິ​ກໍ່ສ້າງ​ເຊິ່ງ​ກັນ ແລະ ກັນ, ກຳ​ແໜ້ນ​ການເຄື່ອນໄຫວ​ຂອງ​ນັກ​ກິລາ​ພາຍ​ໃນ​ທີມເພື່ອ​ສຶກ​ສາ​ອົບຮົມ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຕັ້ງໜ້າ,ມີ​ຄວາມ ​ບຸກ​ບືນ, ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ໜ້າທີ່ຂອງ​ຕົນ, ເຮັດ​ໃຫ້​ຄຸນນະພາບ​ຂອງ​ນັກກິລາ​ສູງ​ຂຶ້ນ. ສຳລັບ​ນັກກິລາ​ຕ້ອງ​ສຸມ​ທຸກ​ສະຕິ​ປັນຍາ ແລະ ເຫື່ອແຮງ​ເຂົ້າ​ໃນ​ການ​ຫັດແອບ​ຕາມ​ແຜນການ, ຕາມ​ທິດ​ຊີ້​ນຳ​ຂອງ​ຄູເ​ຝິກ ແລະ ຄະນະ​ຮັບຜິດຊອບ​ເຝິກຊ້ອມ​ຢ່າງ​ເຂັ້ມ​ງວດ ເພື່ອ​ກຽມ​ຄວາມ​ພ້ອມ​ທາງ​ດ້ານ ​ສຸຂະພາບ​ຮ່າງກາຍ, ຈິດໃຈ, ໃຫ້​ມີ​ເຕັກນິກ, ມີ​ວິທະຍາສາດ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສະຫງົບ​ປອດ​ໄພ ຈົນ​ເຖິງ​ເວລາ​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ຕະ ຫຼອດ​ໄລຍະ​ການ​ແຂ່ງຂັນ​ຢູ່​ແຂວງ​ຊຽງ​ຂວາງ ເພື່ອ​ຍາດ​ເອົາ​ໄຊຊະນະ​ເປັນ​ເຈົ້າ​ຫຼຽນ​ຄຳ ແລະ ເປັນ​ເຈົ້າ​ສະໜາມ​ໃນ​ທຸກ​ລາຍການ. ໃນ​ພິທີ, ສະຫາຍ ນາງ ພິ​ ຈິກ​ກາ ປະດາ​ວົງ ປະທານ​ບໍລິສັດ ມາດ​ສະ​ເຕີ​ເທ​​ຣດ ຈຳກັດ ກໍ​ໄດ້​ມອບ​ເງິນ​ຈຳນວນ 50 ລ້ານ​ກີບ ເພື່ອ​ອຸປະຖຳ​ຊຸກຍູ້​ຄະນະ​ນັກກິລາ​ກະຊວງ​ປ້ອງ​ກັນ​ປະເທດ ​ຕື່ມ​ອີກ.

ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 02/11/2022