
ກົມ 213 ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານ

ໃນວັນທີ 2 ກັນຍາ 2025 ນີ້, ທີ່ ສະໂມສອນ ກົມ 213 ໄດ້ຈັດພິທີ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານທົ່ວ
ກົມ 213, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະ
ນະພັກອົງການ, ຫົວໜ້າການເມືອງ ກົມ 213, ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ສູນ, ໂຮງຮຽນ, ກອງພັນ ຕະຫຼອດຮອດພາກສ່ວນທີ່
ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັດສຸພົນ ວົງຄຳພັນ ຫົວໜ້າພະແນກພະນັກງານ ກົມ 213 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກ
ລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານທົ່ວກົມ 213 ຈໍານວນ 159 ສະຫາຍ ໃນ
ນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 75 ສະຫາຍ, ຍິງ 23 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 54
ສະຫາຍ, ຍິງ 12 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 24 ສະຫາຍ, ຍິງ 4 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ
6 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ໄດ້ສະແດງຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່, ພ້ອມທັງ
ເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີ
ເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເຊື່ອມຊຶມບັນດາມະຕິຕ່າງໆ ຂອງພັກ, ຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຊອກ
ຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນແບບຢ່າງນຳໜ້າໃຫ້ມະຫາຊົນໃນທຸກຂະ
ບວນການ, ມີຄຸນທາດການເມືອງໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີ, ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ເພື່ອ
ພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 02/09/2025