ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ ຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່


ມອບ-ຮັບໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

    ວັນທີ 1 ສິງຫາ 2024 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າກົມກົດໝາຍ, ກົມໃຫຍ່ການເມືອງກອງທັບ ລະ
ຫວ່າງ ສະຫາຍ ພົວຈັດຕະວາ ກັນທອງ ສຸກເລືອງຄໍາ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ບົວສີ ສີວົງສາ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ຜູ້ຕ່າງໜ້າກົມ, ຫ້ອງການ ພະແນກການ ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງກົມກົດໝາຍ ເຂົ້າຮ່ວມ.

     ສະຫາຍ ພົວຈັດຕະວາ ກັນທອງ ສຸກເລືອງຄໍາ ໄດ້ຜ່ານບົດສະຫຼຸບວຽກງານທີ່ໄດ້ນໍາພາຈັດຕັ້ງປະຕິບັດ ໂດຍສັງເຂບ ໃນໄລຍະທີ່ດໍາລົງຕໍາແໜ່ງ
ຫົວໜ້າກົມກົດໝາຍ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມ ກໍໄດ້ພ້ອມກັບໝູ່ຄະນະຜັນຂະຫຍາຍບັນດາມະຕິແນວທາງນະໂຍບາຍ ຂອງ
ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກົມໃຫຍ່
ການເມືອງກອງທັບ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ເຊິ່ງມີຜົນສໍາເລັດຫຼາຍດ້ານ ໃນການ
ນໍາພາ-ຊີ້ນໍາປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍໃນຂົງເຂດປ້ອງກັນຊາດມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງ
ທາງດ້ານການຈັດຕັ້ງ, ແລະ ແບບແຜນວິທີນໍາພາ ເປັນລະບົບຕາມການຕົກລົງຂອງຂັ້ນເທິງ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນ-ທຸ່ນທ່ຽງ, ບຸກ
ບື່ນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີ
ລະດັບຄວາມຮູ້ດ້ານວິຊາສະເພາະເປັນເສນາທິການໃຫ້ກັບ ກົມໃຫຍ່ການເມືອງກອງທັບ ກໍຄື ກະຊວງປ້ອງກັນປະເທດ, ໃນການຄົ້ນຄວ້າປັບປຸງກົດ
ໝາຍ. ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄໍາ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ບົວ
ສີ ສີວົງສາ (ຜູ້ໃໝ່) ໂອກາດດັ່ງກ່າວ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມຕໍ່ການມອບ-ຮັບໜ້າທີ່ ໂດຍປະຕິບັດຕາມແນວທາງນະໂຍບາຍ
ຂອງພັກ-ລັດ ກໍຄື ກະຊວງປ້ອງກັນປະເທດ ທີ່ມີຕໍ່ພະນັກງານ-ນາຍທະຫານ ເມື່ອຮອດເວລາອາຍຸກະສຽນ ກໍຕ້ອງໄດ້ພັກຜ່ອນເຂົ້າຮັບການອຸດໜູນ
ບໍານານ ຕາມກົດໝາຍຂອງນາຍທະຫານກອງທັບປະຊາຊົນລາວ, ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຊີດຊູ ແລະ ຍົກສູງພາລະບົດບາດ
ການນໍາພາ-ຊີ້ນໍາ ຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ເພີ່ມທະວີຄວາມສາມັກຄີພາຍ
ໃນໝູ່ຄະນະ, ເປັນເຈົ້າການຊີ້ນໍາ-ນໍາພາ ໃຫ້ແທດເຖິງຕົວຈິງ, ຍຶດໝັ້ນຕາມ 5 ຫຼັກການ 3 ທິດນໍາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະ
ໄຕ, ມີຄວາມເປັນເອກະພາບພາຍໃນທຸກຂົງເຂດວຽກງານ ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ເຮັດວຽກຢ່າງມີຫຼັກການ
ວິທະຍາສາດ ມີແບບແຜນ ແລະ ທັນສະໄໝ, ເພື່ອພ້ອມເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ໜູແດງ
ວັນທີ 02/08/2024