ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ


ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ

    ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ (12 ເມສາ 1955-12 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2025
ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ມີຄະນະພັກ-ຄະນະບັນຊາກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີພະນັກງານປະຕິວັດອາວຸໂສບຳນານ, ບັນດາກົມກອງເຫຼົ່າຮົບ, ແຂກ
ຖືກເຊີນ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບ
ໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບກົດລັບ ຕະຫຼອດໄລຍະ 70 ປີຜ່ານມາ, ເຫຼົ່າຮົບກົດລັບ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 12 ເມສາ 1955, ຢູ່ເຂດ
ທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ ເຫຼົ່າຮົບກົດລັບ ໄດ້ມີທີ່ຕັ້ງ, ພາລະບົດບາດອັນສໍາຄັນພິເສດ,
ເຄື່ອນໄຫວປິດລັບ-ມິດງຽບ ແລະ ເປັນເສນາທິການໃນການຮັກສາຄວາມລັບ ໃຫ້ແກ່ທຸກການເຄື່ອນໄຫວ ຂອງການນໍາສູງສຸດຂອງພັກ-ລັດ ແລະ
ກອງບັນຊາການທະຫານສູງສຸດ ດ້ວຍການນໍາໃຊ້ເຕັກນິກລະຫັດກົດລັບ, ຕີ-ແປຄໍາສັ່ງຕ່າງໆ ຂອງຂັ້ນເທິງ ທີ່ສົ່ງຜ່ານພາຫະນະສື່ສານ ໄປໃຫ້ຄະນະ
ພັກ-ຄະນະບັນຊາເຂດ, ແຂວງ ແລະ ກົມກອງທະຫານໃນທົ່ວປະເທດ ເພື່ອຊີ້ນໍາບັນຊາກົມກອງເຄື່ອນໄຫວ, ສູ້ຮົບຕີສັດຕູ ມີຄວາມຮັບປະກັນປິດລັບ
ເດັດຂາດ, ຖືກຈິງຄົບຖ້ວນ, ວ່ອງໄວທັນເວລາ ໃນທຸກສະພາວະການ, ສາມາດສະກັດກັ້ນ ແລະ ຕອບຕ້ານກົນອຸບາຍສືບຂ່າວ-ເຈາະລະຫັດຂອງສັດຕູ,
ເຮັດໃຫ້ສັດຕູຕົກເຂົ້າໃນທ່າບັງເອີນ, ສ່ວນຝ່າຍເຮົາ ສາມາດຮັກສາທ່າເປັນເຈົ້າການ, ຫຼີກເວັ້ນການສູນເສຍທີ່ບໍ່ສາມາດຄາດເດົາໄດ້. ໃນພາລະກິດຕໍ່ສູ້
ປົດປ່ອຍຊາດ ກຳລັງຂອງເຫຼົ່າຮົບກົດລັບ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງອົງອາດກ້າຫານ, ເຄື່ອນໄຫວຢ່າງປິດລັບ-ມິດງຽບ, ຮັບປະກັນປິດລັບ ບັນດາ
ເອກະສານທີ່ເປັນມະຕິ-ຄໍາສັ່ງຊີ້ນຳບັນຊາການສູ້ຮົບ ແລະ ເຂົ້າຮ່ວມຫຼາຍບັ້ນຮົບ-ບັ້ນຕີ ທັງໃຫຍ່ ແລະ ນ້ອຍ, ສ້າງໄດ້ຜົນງານ, ວີລະກຳອັນພົ້ນເດັ່ນ
ເຊິ່ງກາຍເປັນແບບຢ່າງ ແລະ ມູນເຊື້ອອັນດີງາມ ໃຫ້ແກ່ພະນັກງານ-ນັກຮົບ ເຫຼົ່າຮົບກົດລັບຮຸ່ນສືບທອດ, ປະກອບສ່ວນຍາດເອົາໄຊຊະນະ ໃນພາລະ
ກິດປົດປ່ອຍປະເທດຊາດຢ່າງສົມບູນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ເຫຼົ່າຮົບກົດລັບ ໄດ້ສືບຕໍ່ເສີມຂະຫຍາຍບົດບາດ ແລະ ມູນເຊື້ອອັນ
ດີງາມຂອງຕົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ເປັນຕົ້ນ ປະກອບສ່ວນຮັບໃຊ້ບັ້ນຮົບປົກປັກຮັກສາຊາຍແດນທາງທິດຕາເວັນຕົກ, ທັງບົນສະໜາມຮົບຕໍ່ສູ້ທາງການທະຫານ
ແລະ ສະໜາມຮົບການຕໍ່ສູ້ທາງດ້ານການຕ່າງປະເທດ, ເຂົ້າຮ່ວມການເຄື່ອນໄຫວກວາດລ້າງພວກປຸ້ນ ແລະ ກຸ່ມຄົນບໍ່ດີ ປົກປັກຮັກສາເຂດນໍ້າແດນ
ດິນ ແລະ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ. ຍ້ອນຄວາມຈົງຮັກພັກດີ, ນໍ້າໃຈເສຍສະຫຼະອັນສູງສົ່ງ ຕໍ່ອຸດົມການປະຕິວັດຂອງພັກ ບວກກັບ
ບັນດາຜົນງານການປະກອບສ່ວນ ຂອງພະນັກງານ-ນັກຮົບທົ່ວເຫຼົ່າຮົບກົດລັບ ຕະຫຼອດໄລຍະ 70 ປີຜ່ານມາ, ພັກ-ລັດຖະບານ, ກະຊວງປ້ອງກັນປະ
ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕົກລົງຍ້ອງຍໍສັນລະເສີນ ດ້ວຍຮູບການປະດັບຫຼຽນໄຊ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຄື: ບຸກ
ຄົນໄດ້ຮັບນາມມະຍົດເປັນວີລະຊົນແຫ່ງຊາດ 1 ສະຫາຍ, ໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ 8 ສະຫາຍ, ກົມກົດລັບ ໄດ້ຮັບຫຼຽນໄຊອິດສະຫຼະ
ຊັ້ນ II ຈໍານວນ 7 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 3 ໜ່ວຍ ແລະ ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 3 ໜ່ວຍ. ນອກຈາກນີ້,
ບັນດາກົມກອງເຫຼົ່າຮົບ ແລະ ພະນັກງານ-ນັກຮົບເຫຼົ່າຮົບວິຊາສະເພາະກົດລັບຫຼາຍສະຫາຍ ກໍໄດ້ຮັບການຍ້ອງຍໍຫຼາຍລະດັບ.

     ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວ
ເຫຼົ່າຮົບກົດລັບ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ ເຂົ້າສູ່ພຶດຕິກຳຕົວຈິງ, ອອກແຮງປັບປຸງກໍ່ສ້າງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງ
ໃນທຸກດ້ານ ຕາມທິດກໍ່ສ້າງກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ຍົກລະດັບຄວາມສາມາດນໍາພາ-ບັນຊາໃນການກຽມພ້ອມສູ້ຮົບກ້າວ
ສູ່ລະດັບສູງ, ຮັກສາແໜ້ນຄວາມປິດລັບ, ຄວາມປອດໄພຂໍ້ມູນຂ່າວສານໃນທຸກສະພາບການ, ບໍ່ໃຫ້ເກີດຊ່ອງຫວ່າງ, ຂາດຄວາມປອດໄພໃນວຽກງານ
ຮັກສາຄວາມລັບ ຢ່າງເດັດຂາດ, ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີທີ່ມີຄວາມເຂັ້ມແຂງ, ທັນສະໄໝ, ວັດຖຸອຸປະກອນກົດລັບ ຕ້ອງຫັນເປັນທັນສະໄໝ
ແລະ ຍົກສູງຄວາມສາມາດໃນການນໍາໃຊ້ເຕັກນິກກົດລັບ, ສືບຕໍ່ກໍ່ສ້າງຖັນແຖວພະນັກງານນໍາພາ, ພະນັກງານວິຊາການກົດລັບ ໃຫ້ມີຄຸນທາດການ
ເມືອງໜັກແໜ້ນ, ເກັ່ງທາງດ້ານວິຊາການ, ມີໄຫວພິກໃນວິຊາສະເພາະກົດລັບ ແລະ ໄອທີ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕ
ເທິງເຄືອຂ່າຍແຫ່ງຊາດ ຢ່າງເດັດຂາດ. ໃນພິທີ ຍັງໄດ້ຮັບຊົມການສະແດງກ້ອນກໍາລັງສວນສະໜາມ ຂອງບັນດາກົມກອງເຫຼົ່າຮົບ ແລະ ຢ້ຽມຊົມການ
ວາງສະແດງອຸປະກອນເຕັກນິກ ຂອງເຫຼົ່າຮົບກົດລັບ ຕື່ມອີກ.

ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 02/05/2025