
ຜູ້ບັນຊາການທະຫານບົກ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ທ່ານ ພົນເອກ ພະນາ ແຄລ້ວປລອດທຸກ ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 27/02/2026
ໃນວັນທີ 27 ກຸມພາ 2026 ນີ້, ທ່ານ ພົນເອກ ພະນາ ແຄລ້ວປລອດທຸກ ຜູ້ບັນຊາການທະຫານບົກ ແຫ່ງ ຣາຊະອານາຈັກໄທ ພ້ອມ
ດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ໂດຍການຕ້ອນຮັບຂອງທ່ານ ພົນຕີ ວັນທອງ ບຸດ
ຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ພາຍຫຼັງສຳເລັດພິທີຕ້ອນຢ່າງເປັນຮັບທາງການ, ສອງຝ່າຍໄດ້ພົບປະແລກປ່ຽນ ແລະ ຕີລາຄາຄືນ ໝາກຜົນຂອງການຈັດຕັ້ງປະຕິບັດ
ວຽກງານໃນໄລຍະຜ່ານມາ ໃນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ
ແລະ ກັນ, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ຢ່າງເປັນປົກກະຕິ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ເປັນປະຈຳ ລະ
ຫວ່າງໜ່ວຍງານປະຈຳພື້ນທີ່ຂອງ ລາວ ແລະ ໄທ, ຊຸກຍູ້ບັນດາກົນໄກການຮ່ວມມື ລາວ-ໄທ ທີ່ມີຢູ່ໃນປັດຈຸບັນ ໃຫ້ມີການຈັດຕັ້ງປະຕິບັດ
ເຂົ້າສູ່ວຽກງານຕົວຈິງ, ຕ້ານ ແລະ ສະກັດກັ້ນ ບັນຫາການລັກລອບຄ້າຂາຍຜິດກົດໝາຍຕ່າງໆ ລຽບຕາມບໍລິເວນຊາຍແດນຂອງສອງປະເທດ,
ສືບຕໍ່ຮ່ວມມືກັນໃນການລາດຕະເວນຢູ່ລຽບຕາມບໍລິເວນຊາຍແດນ ທາງບົກ ແລະ ທາງນ້ຳ, ເສີມສ້າງການຮ່ວມມືດ້ານເສດຖະກິດ ໃຫ້ມີ
ຄວາມເຂັ້ມແຂງ ຕະຫຼອດຮອດ ການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງ
ທັບໄທ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານບົກ ແຫ່ງ ຣາຊະອາ
ນາຈັກໄທ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກຂອບການຮ່ວມມືຂອງສອງຝ່າຍແລ້ວ ສອງກອງທັບລາວ-ໄທ ຍັງໄດ້ໃຫ້ການ
ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ການເຄື່ອນໄຫວກິດຈະກຳຂອງອາຊຽນ, ອາຊຽນ-ບວກ ໃນດ້ານ
ວຽກງານຄວາມໝັ້ນຄົງ ແລະ ຮັກສາສັນຕິພາບສາກົນ. ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຜູ້ບັນ
ຊາການທະຫານບົກ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ຄັ້ງນີ້ ຍັງໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ)
ຕື່ມອີກ.
ແຫຼ່ງຂ່າວໂດຍ ໄຊສະຫວາດ
ວັນທີ 02/03/2026