
ກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈໍາໄຕມາດ III ປີ 2025 ຂອງບັນດາກົມກອງ ເຂດ 6

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ໃນວັນທີ 30 ກັນຍາ 2025 ນີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈໍາໄຕມາດ III ແລະ ວາງທິດທາງແຜນການ ປະຈໍາໄຕມາດ IV ປີ 2025 ຂອງບັນດາກົມກອງ ເຂດ 6 ໂດຍການເປັນປະທານ ຂອງສະ
ຫາຍ ພົນຕີ ໄພວັນ ຈັນທະພົມມາ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະ
ຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ ບັນດາກົມກອງ
ເຂດ 6 ປະກອບມີ: ກອງພົນ ທີ 5, ກອງບັນຊາການທະຫານແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ກອງພັນໃຫຍ່ 645, ກອງ
ພັນໃຫຍ່ 611, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ສານທະຫານພາກໃຕ້, ບໍລິສັດກໍ່ສ້າງຄົບວົງຈອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.
ໃນກອງປະຊຸມ ແຕ່ລະກົມກອງ ເຂດ 6 ໄດ້ຜັດປ່ຽນກັນຜ່ານບົດສະຫຼຸບລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ
ໃນໄລຍະ 3 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນບໍລິເວນຂອບເຂດ
ຄວາມຮັບຜິດຊອບຂອງຕົນ ເປັນຕົ້ນເເມ່ນ: ການຄ້າຂາຍເຖື່ອນ, ການຄ້າຂາຍຢາເສບຕິດ, ຄ້າຂາຍໃບກະທ້ອມ, ການລັກລອບຕັດໄມ້, ລັກ
ລອບຂຸດຄົ້ນແຮ່ທາດ, ຂີ້ລັກງັດເເງະ, ບັນຫາການໂຄສະນາຊວນເຊື່ອທາງສາສະໜາ ໂດຍສະເພາະການເຂົ້າມາເຜີຍແຜ່ (ສາສະໜາ ຄຣິດສະ
ຕຽນ ) ນອກນັ້ນ, ຍັງມີບັນຫາການຂັດແຍ່ງລະຫວ່າງປະເທດເພື່ອນບ້ານ ໂດຍສະເພາະແມ່ນການຂັດເເຍ່ງກັນ ລະຫວ່າງ ໄທ ກັບ ກຳປູເຈຍ
ທີ່ຍັງບໍ່ມີຄວາມສະຫງົບ ເຊິ່ງສົ່ງຜົນກະທົບຢູ່ເຂດໃກ້ຄຽງຂອງຊາຍແດນ ແຂວງຈຳປາສັກ ເປັນຕົ້ນແມ່ນ ລູກປືນທັງ 2 ຝ່າຍ ທີ່ໄດ້ຍິງປະທະ
ກັນ ແລະ ໄດ້ຕົກໃສ່ດິນແດນຂອງຊາຍແດນພວກເຮົາ, ເຊິ່ງຄະນະພັກ-ຄະນະບັນຊາ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມເກັບກຳ
ສະພາບຢ່າງໃກ້ຊິດ ເພື່ອລາຍງານຂັ້ນເທິງເປັນແຕ່ລະໄລຍະ. ສືບຕໍ່ຜັນຂະຫຍາຍເຂົ້າໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ
ປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽການປັບປຸງກໍ່ສ້າງກໍາລັງ, ວຽກງານຮັບປະກັນດ້ານພະ
ລາທິການ, ວຽກງານຮັບປະກັນດ້ານເຕັກນິກການທະຫານ ແລະ ວຽກງານພົວພັນຕ່າງປະເທດ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໃນເຂດ 6 ຈົ່ງພ້ອມກັນເອົາ
ໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ເຮັດໃຫ້ສະພາບຂອບເຂດບໍລິເວນ
ຄວາມຮັບຜິຊອບຂອງກົມກອງ ມີຄວາມສະຫງົບປອດໄພ, ຕິດຕາມເກັບກຳສະພາບ ຕາມເຂດຊາຍແດນທີ່ຕິດຈອດກັບເພື່ອນບ້ານ ລະຫວ່າງ
ໄທ ແລະ ກຳປູເຈຍ ທີ່ຍັງບໍ່ມີຄວາມສະຫງົບ, ສືບຕໍ່ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງ ໂດຍສະເພາະການກໍ່ສ້າງພັກ-ກໍ່ສ້າງພະນັກງານຕາມ 5 ຫຼັກ
ການ 3 ທິດນໍາຂອງພັກວາງອອກ ສ້າງໄດ້ພະນັກງານ 3 ຮຸ່ນສືບທອດປ່ຽນແທນ, ເອົາໃຈໃສ່ປັບປຸງພັດທະນາກົມກອງ ຕາມທ່າແຮງບົ່ມຊ້ອນ
ຂອງກົມກອງ ເປັນຕົ້ນ ການສ້າງພະລາທິການກັບທີ່ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ ພ້ອມກັນນຳເອົາເນື້ອໃຈ
ຈິດໃຈ ກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ.
ແຫຼ່ງຂ່າວໂດຍ ສຸກສະໄໝ ນວນມະລິນ
ວັນທີ 01/10/2025