ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ສູນພັດທະນາຜູ້ເສຍອົງຄະ 489


ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນປະທານກອງປະຊຸມຢູ່ສະໂມສອນ ສູນ 489 ຄັ້ງວັນທີ 29/08/2025

    ໃນວັນທີ 29 ສິງຫາ 2025 ນີ້, ທີ່ ສູນພັດທະນາຜູ້ເສຍອົງຄະ 489, ໄດ້ຈັດພິທີ ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍ
ທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ
ສູນພັດທະນາຜູ້ເສຍອົງຄະ 489, ສູນອົງຄະທຽມ 686, ສູນເສຍອົງຄະພິເສດ 790 ແລະ ພະນັກງານ ປະຕິວັດ ຜູ້ອາວຸໂສເສຍອົງຄະ-ບຳ
ນານ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານ
ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ສູນພັດທະນາຜູ້ເສຍອົງຄະ 489
ໃນນີ້, ຍົກຍ້າຍ ສະຫາຍ ພັນໂທ ສຸດໃຈ ຄໍາມະນີ ຮອງຫົວໜ້າສູນ, ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ສູນພັດທະນາຜູ້ເສຍອົງ
ຄະ 489 ໄປໃຫ້ສູນອົງຄະທຽມ 686, ຍົກຍ້າຍສະຫາຍ ພັນໂທ ດາວອນ ພົມມະແສນ ຫົວໜ້າການທະຫານ ສູນພັດທະນາຜູ້ເສຍອົງຄະ
489 ໄປໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ແລະ ແຕ່ງຕັ້ງ ພັນຕີ ຖາວອນ ແສງສຸລິວັນ ເປັນຫົວໜ້າການທະຫານ ສູນພັດ
ທະນາຜູ້ເສຍອົງຄະ 489.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ກ່າວວ່າ: ການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ເປັນ
ການປະຕິບັດຕາມກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ໂດຍອີງໃສ່ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະ
ໃໝ່ ທັງເປັນການປັບປຸງບູລະນະກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ສາມາດເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງທີ່
ພັກ-ລັດມອບໝາຍໃຫ້. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັບໝູ່ຄະນະສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນ
ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍ, ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານ
ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ນໍາພາກົມກອງດໍາເນີນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ທົ່ວເຖິງທຸກ
ເປົ້າໝາຍ ເຮັດດ້ວຍຫຼາຍວິທີການຢ່າງຕໍ່ເນື່ອງ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຕິດພັນກັບ
ການເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນກວ້າງຂວາງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນວຽກງານຕົວຈິງ
ແລະ ພ້ອມກັນສູ້ຊົນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

ແຫຼ່ງຂ່າວໂດຍ ໄຊສະຫວາດ
ວັນທີ 01/09/2025