
ເຜີຍແຜ່ຂໍ້ຕົກລົງ ການແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂຜົນກະທົບຈາກໄພພິບັດ

ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມມອບໝາຍໜ້າທີ່
ເຜີຍແຜ່ຂໍ້ຕົກລົງ ແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂຜົນກະທົບຈາກໄພພິບັດ ຄັ້ງວັນທີ 30/03/2026
ໃນວັນທີ 30 ມີນາ 2026 ນີ້, ທີ່ກອງພັນໃຫຍ່ 11 ໄດ້ຈັດກອງປະຊຸມ ມອບໝາຍໜ້າທີ່ ເຜີຍແຜ່ຂໍ້ຕົກລົງ ແຕ່ງຕັ້ງຄະນະສະເພາະກິດ
ແກ້ໄຂຜົນກະທົບຈາກໄພພິບັດ, ໂດຍການເປັນປະທານຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າຄະນະຊີ້ນຳລວມ, ມີຄະນະຊີ້ນຳ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ລັດທະພອນ ໄມສີທຳມະວົງ ຊ່ວຍວຽກພະແນກ ຄພບ ແລະ ກລບຕ ຫສນ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະຮັບຜິດຊອບ ແລະ ກຳລັງເຂົ້າຮ່ວມໃນການກອບກູ້ໄພພິບັດ ທັງນີ້ກໍເພື່ອເປັນ
ການມອບໜາຍໜ້າທີ່ໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດວິຊາສະເພາະຂອງຕົນ ເພື່ອຮັບປະກັນໃຫ້ການກອບກູ້ໄພພິບັດ
ໃນຄັ້ງນີ້ ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ຖືກມອບໝາຍໜ້າທີ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່
ໜ້າທີ່ຂອງຕົນຕາມການມອບໝາຍປະຕິບັດຕາມຫຼັກການ, ສຸມສະຕິປັນຍາ ທຸມເທເຫື່ອແຮງ, ດ້ວຍຄວາມຮູ້ຄວາມສາມາດເຂົ້າໃນກອບ
ກູ້ໄພພິບັດໃນຄັ້ງນີ້ວ່ອງໄວ ແລະ ທັນການ ໄປພ້ອມກັບການເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອ
ເຮັດສໍາເລັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ຈາກນັ້ນ, ຄະນະຊີ້ນຳກອບກູໄພພິບັດ ກໍໄປມອບເງິນຊ່ວຍເຫຼືອໃຫ້ຄອບຄົວຜູ້ເສຍຊີວິດ
ຈາກອຸບັດຕິເຫດຕົກຫຼັງເຮືອນ ໃນວັນທີ 29 ມີນາທີ່ຜ່ານມາອີກດ້ວຍ.
ແຫຼ່ງຂ່າວໂດຍ ປິ່ນ
ວັນທີ 01/04/2026