ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາການນຳພາ
ກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາການນຳພາ ປະຈຳໄຕມາດ III ປີ 2022 ແລະ ທິດທາງແຜນການນຳພາ ປະຈຳໄຕມາດ IV
ໂດຍການເປັນປະ
ທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ,
ມີບັນ
ດາສະຫາຍຄະນະພັກຫ້ອງວ່າການກະຊວງ, ຫົວໜ້າກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນ
ປະເທດ ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະພັກໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳແຕ່ລະກົມກອງຈັດຕັ້ງລະບົບປະຈຳການກຽມ
ພ້ອມສູ້ຮົບ, ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ຄຽງຄູ່ກັນນັ້ນຍັງໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ
ໃຫ້ພະນັກງານ-ນັກຮົບຮັບຮູ້ແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືຂໍ້ກຳນົດກົດລະບຽບຕ່າງໆຂອງກອງທັບ ເຮັດໃຫ້ຖັນແຖວພະນັກງານ-ນັກຮົບມີ
ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ.
ໃນດ້ານວຽກງານວິຊາສະເພາະສາມາດເປັນເສນາທິການໃຫ້ແກ່ຄະນະນຳກະຊວງປ້ອງກັນປະ
ເທດ ໃນການຄົ້ນຄວ້າຫັນເອົາບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ມະຕິຂອງກົມການເມືອງສູນກາງພັກ, ມະຕິຄຳສັ່ງຂອງຄະນະກຳມະການປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບສູນກາງມາເປັນມະຕິຂອງຄະນະພັກກະຊວງປ້ອງກັນປະເທດ. ນອກນັ້ນ, ຍັງໄດ້ຂຽນບັນດາເອກະສານນິຕິກຳ,
ຄຳສັ່ງແນະ
ນຳ, ແຈ້ງການ, ບົດລາຍງານ, ບົດປາໄສ ແລະ ບົດໂອ້ລົມຂອງການນຳພັກ-ລັດ ໃນໂອກາດພິທີສຳຄັນຕ່າງໆ, ເອົາໃຈໃສ່ນຳພາ-ຊີ້ນຳວຽກງານການພົວພັນ
ຮ່ວມມືກັບຕ່າງປະເທດ ຈັດຕັ້ງຄະນະຜູ້ແທນກະຊວງປ້ອງກັນປະເທດເຂົ້າຮ່ວມກອງປະຊຸມຢູ່ຕ່າງປະເທດ, ໄດ້ປະຕິບັດນະໂຍບາຍ ແລະ
ຄຸ້ມຄອງບັນດາຊ່ຽວ
ຊານປ້ອງກັນຊາດຕ່າງປະເທດປະຈຳຢູ່ ສປປ ລາວ ພ້ອມທັງຄຸ້ມຄອງນັກຮຽນ, ນັກສຶກສານາຍທະຫານຕ່າງປະເທດ ທີ່ມາຮຽນຢູ່ລາວ ແລະ
ນັກສຶກສານາຍ
ທະຫານລາວ ທີ່ສຶກສາຢູ່ຕ່າງປະເທດ, ດ້ານວຽກງານຮັບປະກັນຊີວິດການເປັນຢູ່ແມ່ນສາມາດຮັບປະກັນເບີກຈ່າຍເງິນເດືອນ, ເງິນກິນ, ເຂົ້າກິນ,
ເຄື່ອງນຸ່ງ
ຫົ່ມ ແລະ ເງິນງົບປະມານຮັບໃຊ້ວຽກງານຂອງຂັ້ນເທິງ, ວຽກງານລວມຂອງກົມກອງ ແລະ ວຽກງານການຕ່າງປະເທດ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.
ດ້ານວຽກງານດຳເນີນທຸລະກິດໄດ້ເອົາໃຈໃສ່ຊີ້ນຳບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບເຮັດໜ້າທີ່ກໍ່ສ້າງພື້ນຖານໂຄງລ່າງເຄຫາສະຖານ, ຂົວທາງ, ໂທລະຄົມ
ແລະ ຂົນສົ່ງທາງອາກາດ ເຊິ່ງມີຫຼາຍບໍລິສັດ, ລັດວິສາຫະກິດເຄື່ອນໄຫວທຸລະກິດຂອງຕົນມີຄວາມຄ່ອງຕົວ, ມີລາຍຮັບສູງ,
ມີຜົນກຳໄລຕໍ່ການດຳເນີນທຸ
ລະກິດ ຮັບປະກັນດ້ານເງິນເດືອນ, ເງິນສະຫວັດດີການ-ສັງຄົມ, ມອບພາສີ-ອາກອນ ແລະ ມອບພັນທະໃຫ້ຂັ້ນເທິງຢ່າງຄົບຖ້ວນ. ນອກນີ້, ຂົງເຂດວຽກ ງານອື່ນໆ ທີ່ປິ່ນອ້ອມກໍໄດ້ຮັບການຈັດຕັ້ງປະຕິບັດແມ່ນໄດ້ຮັບຜົນດີ. ກອງປະຊຸມຍັງໄດ້ຜ່ານທິດທາງແຜນການນຳພາ ປະຈຳໄຕມາດ IV ປີ 2022,
ພ້ອມ
ກັນນັ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍັງໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຕື່ມອີກ
ເພື່ອເຮັດໃຫ້ການນຳພາຂອງ
ອົງຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດມີເນື້ອໃນຄົບຖ້ວນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ແຫຼ່ງທີ່ມາ: ບົວລາ
ວັນທີ 20/10/2022