ເຊັນສັນຍາຊື້-ຂາຍຢາ ແລະ ອຸປະກອນການແພດກອງທັບ ປະຈໍາປີ 2023
ວັນທີ 29 ມີນາ 2023 ນີ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດພິທີເຊັນສັນ ຍາຊື້-ຂາຍຢາ ແລະ ອຸປະກອນການແພດຂອງກອງທັບ ປະຈໍາປີ 2023, ໂດຍນໍາໃຊ້ງົບປະມານຂອງລັດ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິ ການ ກອງທັບ, ມີສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ບັນດາຜູ້ອໍານວຍການປະທານບໍລິສັດ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1860/ກປທ, ລົງວັນທີ 20 ມີນາ 2023 ວ່າດ້ວຍ ການອະນຸມັດເຊັນສັນຍາຊື້-ຂາຍຢາ ແລະ ອຸປະກອນການແພດຮ່ວງງົບປະມານຂອງລັດ ປະຈໍາປີ 2023, ອີງໃສ່ໃບສະເໜີລາຄາຂອງບັນດາບໍລິສັດທີ່ກ່ຽວຂ້ອງ, ເຊິ່ງທັງສອງຝ່າຍເຫັນດີເປັນເອ ກະພາບ ເຮັດສັນຍາຊື້-ຂາຍສິນຄ້າຮ່ວມກັນ, ໂດຍມີຂໍ້ກໍານົດ ແລະ ເງື່ອນໄຂທາງດ້ານຈໍານວນ, ລາຄາ, ມູນຄ່າ, ຄຸນນະພາບ, ການຫຼຸມຫໍ່ຂອງສິນຄ້າ, ການຈັດສົ່ງ, ຈຸດມອບ-ຮັບ ແລະ ກໍານົດເວລາ, ການສໍາລະສະສາງ. ການເຊັນສັນຍາຊື້-ຂາຍຢາ ແລະ ອຸປະກອນການແພດຂອງກອງທັບ ປະຈໍາປີ 2023 ໃນຄັ້ງນີ້, ເພື່ອເຮັດໃຫ້ຂົງເຂດວຽກງານເສນາຮັກຂອງກອງທັບປະຊາຊົນລາວ ໄດ້ຮັບການຕອບສະໜອງທາງດ້ານວັດຖຸ ແລະ ອຸປະກອນການແພດຕ່າງໆ ຈາກບັນດາບໍລິສັດທີ່ກ່ຽວຂ້ອງ, ໃນການຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບທີ່ດີຂອງປະເພດຢາແຕ່ລະຊະນິດ ເພື່ອນໍາມາບໍລິ ການປີ່ນປົວສຸຂະ ພາບຂອງຄົນເຈັບ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ຈາກນັ້ນ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຕາງໜ້າໃຫ້ກົມເສນາຮັກ ໄດ້ເຊັນສັນຍາ ກັບ 6 ບໍລິສັດ ຄື, ບໍລິສັດ ວຽງທອງການຢາ, ບໍລິສັດ ວີ ເອັດ ມີດີແຄ, ບໍລິສັດ ການຢາມະນີວອນ, ລັດວິສາຫະກິດ ໂຮງງານຜະລິດຢາເລກ 3, ບໍລິສັດໂຊກດີ ໂອສົດ, ບໍລິສັດຜະລິດ ແລະ ການຄ້າລາວີ ຈໍາກັດ ຢ່າງເປັນທາງການ.
ແຫຼ່ງທີ່ມາ:ຄໍາປະສົງ ລາດຊະວົງ
ວັນທີ 31/03/2023