ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນການທະຫານແຂວງຫົວພັນ


   ວັນທີ 24 ມີນາ 2023 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງຫົວພັນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະ ຫາຍ ພັນເອກ ເນກ ວິຂະຈັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ຕະ ຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

   ສະຫາຍ ພັນເອກ ພູທິດ ແສນເພັງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ ແລະ ຈຸດພິເສດລວມໂດຍຫຍໍ້ຂອງ ກອງບັນຊາການທະຫານແຂວງຫົວພັນ ໂດຍສະເພາະແມ່ນບັນຫາປະເຊີນໜ້າກັບສະພາບເສດຖະກິດ-ການເງິນ, ນ້ຳມັນເຊື້ອໄຟ, ຄ່າຂອງຊີບສູງ ແລະ ບັນ ຫາປະກົດການຫຍໍ້ທໍ້ອື່ນໆ, ການເປັນເຈົ້າການກຳແໜ້ນສະພາບການ, ສະກັດກັ້ນແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ, ເອົາໃຈໃສ່ປ້ອງກັນເວນ ຍາມ ແລະ ຖືເອົາວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ຕິດພັນກັບການຊຸກຍູ້ຂະບວນການແຂ່ງຂັນຍ້ອງຍໍພາຍໃຕ້ຄຳຂວັນ ຮັກຊາດ-ພັດທະ ນາ, ສ້າງກົມກອງ-ນັກຮົບວັດທະນະທຳ, ກົມກອງປອດໃສ, ປອດໄພ, ປອດຄະດີ ແລະ ກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຖືເອົາວຽກງານຮັບ ປະກັນແກ້ໄຂຊີວິດການເປັນຢູ່ ຕາມແຜນການ 4 ປູກ 4 ລ້ຽງ, ໃນນີ້ໄດ້ປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ອຸດສາຫະກໍາ, ປູກພືດລົ້ມລຸກ, ພືດຜັກຕາມລະດູການ, ລ້ຽງສັດ ແລະ ລ້ຽງປາເປັນຈຸດໜັກ, ພ້ອມນີ້ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງເຂັ້ມງວດ ແລະ ເອົາໃຈໃສ່ພົວພັນຮ່ວມມື ກັບບັນດາກົມ ກອງເພື່ອນມິດທີ່ມີຊາຍແດນຕິດຈອດ ກັບ ແຂວງຫົວພັນ ເພື່ອແລກປ່ຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄຸ້ມຄອງ-ປ້ອງກັນຊາຍ ແດນ, ຫຼັກໝາຍຊາຍແດນ ແລະ ແກ້ໄຂປະກົດການຫຍໍ້ທໍ້ອື່ນໆ ໃຫ້ທັນກັບເວລາ.

   ໃນໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາ ຈົ່ງຍົກສູງບົດບາດການນໍາພາຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບ ວິໄນຂອງກອງທັບຢ່າງເລິກເຊິ່ງ, ເອົາໃຈ ໃສ່ຕິດຕາມກວດກາເຮັດໃຫ້ສະພາບຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖາກການເມືອງຢູ່ບັນດາກົມກອງ, ບ້ານ, ເມືອງໃຫ້ເປັນປົກກະຕິເພື່ອສ້າງບ້ານໃຫ້ມີຄວາມເຂັ້ມແຂງ, ເປັນບ້ານແບບຢ່າງດ້ານປ້ອງກັນຊາດ, ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນເຂົ້າໃນ ການອອກແຮງງານສາມາດເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະເກີດຂຶ້ນ ໃຫ້ທັນເວລາ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ໜັກແໜ້ນ ຕິດພັນກັບວຽກງານວິຊາສະເພາະກໍຄືໜ້າທີ່ການເມືອງຂອງກົມກອງ ໃຫ້ໄດ້ຮັບ ຜົນສຳເລັດສູງ ເພື່ອພັດທະນາກົມກອງໃຫ້ມີແບບແຜນທັນສະໄໝຂຶ້ນເລື່ອຍໆ. ຈາກນັ້ນສະຫາຍຍັງໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ໂຮງຮຽນການທະຫານທ້ອງຖິ່ນ, ກອງບັນຊາການທະຫານເມືອງຊຽງຄໍ້ ແລະ ກອງບັນຊາການທະຫານເມືອງວຽງໄຊອີກດ້ວຍ.

ແຫຼ່ງທີ່ມາ:ສົມເພັດ ວິໄລຄໍາ
ວັນທີ 30/03/2023