
ໜ່ວຍພັກກົມທະຫານຊາຍແດນ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV

ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກກົມທະຫານຊາຍແດນ ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2024 ນີ້, ໂດຍ
ການປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະ
ນະໜ່ວຍ, ແຂກຖືກເຊີນ, ສະມາຊິກພັກສົມບຸນເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເປັນເອກະສັນຕໍ່ຮ່າງບົດລາຍງານການເມືອງທັງສອງພາກ, ເຫັນດີ
ເປັນເອກະພາບຕໍ່ການສະຫຼຸບຕີລາຄາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິການ
ກອງທັບ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທະຫານຊາຍແດນ ໂດຍສະເພາະແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີ
ຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ການປັບປຸງຍົກລະດັບຊີວິດການເປັນຢູ່ຂອງກົມ ແລະ ກົມກອງທະຫານຊາຍແດນທີ່ຂຶ້ນກັບ,
ລວມທັງວຽກງານພົວພັນປະສານສົມທົບກັບກໍາລັງປ້ອງກັນຊາຍແດນບັນດາປະເທດໃກ້ຄຽງ, ພື້ນຖານເຮັດໃຫ້ກົມ ແລະ ກົມກອງທະຫານ
ຊາຍແດນມີທ່ວງທ່າກ້າວຂຶ້ນດ້ວຍຄວາມໜັກແໜ້ນ. ຍົກໃຫ້ເຫັນໝາກຜົນລວມຍອດແຫ່ງການນໍາພາ-ຊີ້ນໍາ ທີ່ຖືກຕ້ອງສະຫຼາດສ່ອງໃສ,
ການເປັນແບບຢ່າງນໍາໜ້າຂອງຄະນະພັກ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຄວາມພະຍາຍາມສູ້ຊົນ, ບຸກບື່ນຫ້າວຫັນ ຂອງພະນັກ
ງານ-ສະມາຊິກພັກ-ນັກຮົບທຸກສະຫາຍ, ການປະກອບສ່ວນຫົວຄິດປະດິດສ້າງ, ສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນອໍານາດການ
ປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງຕະຫຼອດມາ, ເຫັນດີເປັນເອກະພາບກ່ຽວກັບບາງຂໍ້ສະຫຼຸບສັງລວມ ທີ່ມີລັກ
ສະນະບົດຮຽນພຶດຕິກໍາຕົວຈິງໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກອົບ
ຮົມຫັດແອບ ແລະ ສຶກສາຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້-ຄວາມສມາດທາງດ້ານການເມືອງ-ການທະຫານ ແລະ ວິຊາສະເພາະເປັນ
ວຽກແຖວໜ້າດ້ວຍການໝູນໃຊ້ວິທີການ, ມາດຕະການທີ່ສອດຄ່ອງກັບຈຸດພິເສດສະພາບການໃໝ່.
ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາແຜນການທິດທາງນໍາພາ, ຄາດໝາຍສູ້ຊົນແຕ່ປີ 2024-2028 ສູ້ຊົນຮັບປະກັນໃຫ້ສະພາບ
ພາຍໃນກົມກອງ ແລະ ບັນດາກົມກອງທະຫານຊາຍແດນໃນທົ່ວປະເທດ ມີຄວາມສະຫງົບ ຢ່າງໜັກແໜ້ນຫັນເອົາກໍາລັງລົງກໍ່ສ້າງຮາກຖານ
ການເມືອງບ່ອນກົມກອງຕັ້ງທັບ ແລະ ບໍລິເວນຊາຍແດນທີ່ກົມກອງຮັບຜິດຊອບຢ່າງແຂງແຮງ ຕາມນະໂຍບາຍສ້າງທ່າສະໜາມ ປ້ອງກັນ
ຊາຍແດນທົ່ວປວງຊົນຮອບດ້ານ, ວຽກງານກໍ່ສ້າງພັກ-ພະນັກງານ ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ໂດຍສຸມໃສ່ກໍ່
ສ້າງພັກທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ, ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດ
ເຫັນຂອງບັນດາສະຫາຍສະມາຊິກພັກເຮັດໃຫ້ບັນຍາກາດກອງປະຊຸມມີເນື້ອໃນຄົບຖ້ວນ, ກອງປະຊຸມຍັງໄດ້ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ
ໃນການນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະໜ່ວຍຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງ
ສອດຄ່ອງກັບເງື່ອນໄຂມາດຖານທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 7 ສະຫາຍ, ເລືອກໄດ້ 5 ສະຫາຍ ກອງປະຊຸມຄັ້ງປະຖົມ
ມະລຶກຂອງໜ່ວຍພັກກົມທະຫານຊາຍແດນ ຊຸດທີ IV ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ: ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງ
ສັກ ເປັນເລຂາ, ສະຫາຍ ພັນເອກ ອໍາພັນ ໄຊຍາສຸບັດ ເປັນຮອງເລຂາ, ສະຫາຍ ພັນເອກ ດາວໄກ ເລີດລິວັນ ເປັນກໍາມະການກວດກາ-ປ້ອງ
ກັນ, ສະຫາຍ ພັນໂທ ສັກສິດ ພິຈິດ ເປັນກໍາມະການຈັດຕັ້ງ-ໂຄສະນາຂະບວນການ, ສະຫາຍ ພັນໂທ ສຸພາເວດ ສຸກເລືອງຄໍາ ເປັນກໍາມະ
ການ ການຄັງ, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກົມໃຫຍ່
ເສນາທິການກອງທັບ 2 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ
ຂອງຄະນະໜ່ວຍທີ່ຜ່ານມາ, ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ນັກຮົບ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ ແລະ ຍາດ
ໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນກໍ່ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ກໍຄືບັນດາສະຫາຍສະມາຊິກພັກ ສືບຕໍ່ຄົ້ນຄວ້າປັບປຸງແກ້
ໄຂຂໍ້ຄົງຄ້າງຕ່າງໆ ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ເປັນແຜນການອັນລະອຽດ, ເພີ່ມທະວີຄວາມຮັບຜິດຊອບໃນການ
ນໍາພາ-ຊີ້ນໍາ, ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກ ກໍ່ຄືສະມາຊິກພັກ ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ
ມີຜົນສໍາເລັດສູງ.
ແຫຼ່ງຂ່າວໂດຍ ເກດຕະວັນ
ວັນທີ 28/05/2024