ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລົງເຮັດວຽກ
ຢູ່ກອງຮ້ອຍທະຫານຊາຍແດນ 123
ວັນທີ 23 ມີນາ 2023 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ກອງຮ້ອຍທະຫານຊາຍແດນ 123, ມີຄະນະພັກ-ຄະນະບັນຊາກອງຮ້ອຍ ແລະ ພະນັກງານນັກຮົບເຂົ້າຮ່ວມ ຕ້ອນຮັບຢ່າງພ້ອມພຽງ. ໃນການລົງເຄື່ອນໄຫວຄັ້ງນີ້, ຄະພັກ-ຄະນະບັນຊາກົມກອງໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານ ຂອງກົມກອງໃນໄລຍະຜ່ານມາ ໂດຍສະເພາະວຽກງານຮັບປະກັນ ເຮັດໃຫ້ສະພາບມີຄວາມສະຫງົບ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການ ເມືອງ-ນໍາ ພາແນວຄິດເປັນກົກ ໂດຍສະເພາະແມ່ນ ໄດ້ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຂອງກົມກອງຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາ ພະນັກງານ-ສະມະຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ແຕ່ລະສະຫາຍມີແນວຄິດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງພ້ອມກັນປະຕິບັດໜ້າທີ່ວິ ຊາສະເພາະຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ແລະ ລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມ ທິດຊີ້ນໍາຂອງຂັ້ນເທິງ ເຮັດໃຫ້ຂອບເຂດຂອງກົມກອງຮັບຜິດຊອບມີຄວາມສະຫງົບ ປອດໄພໂດຍພື້ນຖານ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາກົມ ກອງໃນ ໄລຍະຜ່ານມາສາມາດ ເຮັດໃຫ້ສະພາບການໃນທົ່ວແຂວງມີຄວາມສະຫງົບໂດຍພື້ນຖານພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາ ແນວຄິດໃຫ້ ພະນັກງານ-ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນຕໍ່ແນວ ທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນ ດາຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນໃຫ້ເປັນປົກກະຕິ, ພ້ອມ ກັນປົກປັກຮັກສາ ແລະ ບົວລະບັດຜັດເຊັດວັດຖຸເຄື່ອງຂອງພາຫະນະຮັບໃຊ້ດ້ານອາວຸດຍຸດໂທປະກອນຕ່າງໆຂອງກົມກອງໃຫ້ນຳໃຊ້ໄດ້ຍາວນານ, ມີແບບ ແຜນເຮັດວຽກທີ່ທັນສະໄໝ, ເພີ່ມທະວີການພົວພັນຮ່ວມມືຄວາມສາມັກຄີພາຍໃນ ແລະ ສາກົນ, ເພີ່ມທະວີແກ້ໄຂຊີວິດການເປັນຢູ່ຕາມທິດຂອງກົມ ໃຫຍ່ພາລາທິການກອງທັບວາງອອກ, ສ້າງທ່າແຮງບົ່ມຊ້ອນໃຫ້ກົມກອງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ປັບປຸງກໍ່ສ້າງກົມ ກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຍັງໄດ້ມອບເຄື່ອງບໍລິໂພກ ໃຫ້ກອງຮ້ອຍທະຫານ ຊາຍແດນ 123 ຈຳນວນໜື່ງອີກດ້ວຍ.
ແຫຼ່ງທີ່ມາ:ພາກ ສຸທິປັນຍາ
ວັນທີ 28/03/2023