ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ
ເຄື່ອນໄຫວຢ້ຽມຢາມ ຣາຊະອານາຈັກໄທ
ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 22-24
ກຸມພາ 2023 ນີ້, ເຊິ່ງນຳໂດຍ ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະ. ພິທີ
ຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນທີ່ ກອງບັນຊາການທະຫານບົກຣາຊະອານາຈັກໄທ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພົນເອກ ນະລົງພັນ ຈິດແກ້ວ
ແທ້ ຜູ້ບັນຊາການທະຫານບົກຣາຊະອານາຈັກໄທພ້ອມຄະນະ.
ໂອກາດດຽວກັນ, ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາ ຈັກໃນຄັ້ງນີ້. ເຊິ່ງ ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ບັນຫາທີ່ສອງຝ່າຍມີຄວາມ ສົນໃຈ ພ້ອມທັງເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງສອງຊາດ ກໍ ຄືສອງກອງທັບ ລາວ-ໄທ ໄທ-ລາວ ໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຮ່ວມມືຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ. ການແລກປ່ຽນຄະ ນະຜູ້ແທນການທະຫານຂັ້ນສູງຂອງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດ ຖະກິດລະຫວ່າງກອງ ທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທ, ໂດຍສະເພາະການຮ່ວມມືຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນ ລາວ-ໄທ, ໄທ-ລາວສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ.
ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍ ເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນດ້ານການແພດ, ສິລະປະວັດທະນະທຳ ແລະ ກີລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆ ທີ່ສອງຝ່າຍ ໄດ້ສ້າງກົນໄກຮ່ວມນຳກັນ. ໃນໂອກາດເດີນທາງຢ້ຽມຢາມມິດຕະພາບ ຢູ່ຣາຊະອານາຈັກໄທ ພາຍຫຼັງສຳເລັດການພົບປະແລກປ່ຽນບົດຮຽນ ກັບກອງບັນ ຊາການທະຫານບົກຣາຊະອານຈັກໄທແລ້ວ ຄະນະຝ່າຍລາວຍັງໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ທ່ານ ພົນເອກ ສະນິດຊະນົກ ສັງຂະຈັນ ປະລັດກະຊວງກະລາ ໂຫມ ແຫ່ງຣາຊະອາຈັກໄທ. ໃນເວລາຕໍ່ມາ ຄະນະໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ທ່ານ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດກອງ ທັບໄທ. ພ້ອມທັງລາຍງານສະພາບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບ ກອງບັນຊາການທະຫານບົກ ແຫ່ງຣາຊະອານາຈັກໄທ ຄັ້ງນີ້ເປັນການ ເພີ່ມທະວີຄວາມສາມັກຄີຮັກແພງ ແລະ ການຮ່ວມມືລະຫວ່າງສອງຊາດສອງກອງທັບລາວ -ໄທ ໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນ. ໂອກາດດຽວກັນ, ທ່ານປະ ລັດກະຊວງກະລາໂຫມ ແລະ ຜູ້ບັນຊາການທະຫານສູງສຸດກອງທັບໄທ ຍັງໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນ ທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ ຄັ້ງນີ້ພ້ອມທັງອວຍພອນ ທ່ານ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະຈົ່ງປະສົບຜົນສຳເລັດກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ແຫຼ່ງທີ່ມາ:ຄຳສິງ ລິດວິໄລ
ວັນທີ 28/02/2023