ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີວາງສີລາລຶກ ໂຄງການ
ກໍ່ສ້າງເຂດພັດທະນາສີທັນດອນ
ໃນວັນທີ 22 ກຸມພາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາເນກປະສົງ ແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ທີ່ນອນຢູ່ໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເມືອງໂຂງ ແຂວງຈຳປາສັກ ໂດຍມີບັນດາລັດຖະມົນ ຕີ, ເຈົ້າແຂວງຈຳປາສັກ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ບໍລິສັດຜູ້ພັດທະນາໂຄງການ, ຜູ້ຕາງໜ້າຈາກແຂວງໃກ້ຄຽງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ລາຕີ ສີສຸພັນນະວົງ ຮອງປະທານສະພາຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕຶກອະເນກປະ ສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ແມ່ນໜຶ່ງໃນບັນດາໂຄງການ ທີ່ນອນຢູ່ໃນແຜນ ການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ, ຕັ້ງຢູ່ເຂດ A ຂອງໂຄງການ (ເຂດບ້ານທ່າຄໍ້, ເມືອງໂຂງ, ແຂວງ ຈຳປາສັກ) ໂດຍໄດ້ເຊັນສັນຍາກັບລັດຖະບານ ແຫ່ງສປປ ລາວ ໃນວັນທີ 30 ມິຖຸນາ 2018, ມີເນື້ອທີ່ສຳປະທານທັງໝົດ 9.846 ເຮັກຕາ, ແບ່ງອອກເປັນ 11 ເຂດ ແລະ 6 ໄລຍະການພັດທະນາ. ຕຶກຕິບເຂົ້າ ແມ່ນນອນຢູ່ໃນໄລຍະທີ 1 ມີຈຳນວນ 2 ຕຶກ, ແຕ່ລະຕຶກສູງ 62 ແມັດ ແລະ ມີ 13 ຊັ້ນ, ມີເນື້ອທີ່ປຸກສ້າງທັງໝົດ 6,7 ເຮັກຕາ, ມູນຄ່າການກໍ່ສ້າງ ປະມານ 200 ລ້ານໂດລາສະຫະລັດ,ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ, ເມື່ອສ້າງສຳເລັດຈະສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000 ຄົນ/ມື້. ສ່ວນການກໍ່ສ້າງ ໄລຍະທີ 2 ແມ່ນຕຶກແຄນຄູ່ ມີ 2 ຕຶກ, ແຕ່ລະຕຶກສູງ 248.98 ແມັດ ແລະ ມີ 63 ຊັ້ນ, ມູນຄ່າການກໍ່ສ້າງ ປະມານ 800 ລ້ານໂດລາສະຫະລັດ. ເມື່ອການກໍ່ສ້າງສຳເລັດທັງ 2 ໄລຍະ ຈະເຮັດໃຫ້ເຂດດັ່ງກ່າວກາຍເປັນໃຈກາງທາງດ້ານໂຮງແຮມ, ທຸລະກິດ, ການຄ້າ, ວັດທະ ນະທຳ, ຄວາມບັນເທີງ ແລະ ສັນຍາລັກ ຂອງເຂດສີທັນດອນ ກໍຄື ສປປ ລາວ ອີກໜຶ່ງແຫ່ງເວົ້າລວມ, ເວົ້າສະເພາະຈະເປັນໂຮງແຮມ 5 ດາວ ລະດັບ ສາກົນແບບທັນສະໄໝ ທີ່ກວມລວມເປັນສະຖານທີ່ພັກຜ່ອນ, ທຸລະກິດ, ການຄ້າ, ການປະຊຸມ, ຄວາມບັນເທີງ, ການສະແດງ, ໂຮງແຮມ ແລະ ອື່ນໆ ປະ ກອບສ່ວນດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ, ສ້າງວຽກເຮັດງານທຳ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນທ້ອງຖິ່ນ ກໍຄືການພັດທະ ນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ.
ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ກໍໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍພາກສ່ວນຮັບຜິດຊອບໂຄງການ ທີ່ໄດ້ເສຍສະ ຫຼະ, ສຸມສະຕິປັນຍາ ແລະ ເຫື່ອແຮງໃນການກະກຽມ ແລະ ລິເລີ່ມໂຄງການນີ້ ແຕ່ປີ 2018 ມາຮອດປັດຈຸບັນ ໄດ້ຮັບຜົນສຳເລັດຈຳນວນໜຶ່ງ ທີ່ໜ້າຊື່ນ ຊົມຍິນດີເປັນກ້າວໆມາ, ພ້ອມທັງ ຕີລາຄາວ່າ ໂຄງການນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດຖະບານກໍຄື ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ, ມີຄວາມສະຫງົບປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີ ວິໄລ, ຍຸຕິທຳ, ເສີມສ້າງອະລິຍະທຳ ແລະ ວັດທະນະທຳຂອງຊາດ, ຮັບປະກັນການພັດທະນາ ແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ, ລວມທັງການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ; ພ້ອມກັນນັ້ນ, ກໍເປັນ ໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິບັດຍຸດທະສາດການ ພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030. ອີກດ້ານໜຶ່ງ ກໍຍັງເປັນການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກ ລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງ ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດ ສາຫະກຳ ແລະ ທັນສະໄໝ.
ແຫຼ່ງທີ່ມາ:ກົມປະຊາສຳພັນ ຫສນຍ
ວັນທີ 27/02/2023