ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ
ໃນວັນທີ 26 ມັງກອນ 2023 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງ
ທັບ ປະຈຳປີ 2022 ແລະ ວາງທິດທາງແຜນການນຳພາປະຈຳ 6 ເດືອນຕົ້ນປີ 2023, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊາ
ນົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະບໍລິຫານງານພັກອົງການກົມ
ໃຫຍ່ພະລາທິການກອງທັບ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງ
ທັບ, ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ປະຈຳປີ 2022 ແລະ ທິດທາງແຜນການ
ນຳພາປະຈຳ 6 ເດືອນຕົ້ນປີ 2023, ເຊິ່ງໄດ້ຍົກໃຫ້ເຫັນບາງສະພາບທີ່ພົ້ນເດັ່ນຂອງໂລກ, ພາກພື້ນ, ສາກົນ ແລະ ພາຍໃນປະເທດ, ເຊິ່ງວຽກງານທີ່ໄດ້ສຸມ
ໃສ່ໃນປີ 2022 ຜ່ານມາ, ເປັນຕົ້ນວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ໄດ້ຊີ້ນຳບັນດາກົມ, ຫ້ອງການກົມກອງ,
ບໍລິສັດທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ຈັດຕັ້ງຮັບປະກັນພະລາທິການຮອບດ້ານ, ຕິດຕາມກຳແໜ້ນສະພາບການທີ່ຜັນແປໃນແຕ່ລະໄລຍະຢ່າງ
ໄກ້ຊິດ, ກຽມພ້ອມສູ້ຮົບ ແລະ ຮັບປະກັນດ້ານວັດຖຸພະລາທິການໃຫ້ທັນເວລາ, ຊີ້ນຳລະບອບປະຈຳການກຽມພ້ອມສູ້ຮົບຕະຫຼວດ 24 ຊົ່ວໂມງ, ປ້ອງກັນ
ເວນຍາມສຳນັກງານ, ອົງການ, ສາງຄັງໃຫ້ມີຄວາມປອດໄພ 100% ແລະ ໄປພ້ອມກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ
ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ການກໍ່ສ້າງກອງ 3 ປອດ, ສ້າງກົມກອງວັດທະນາທຳ-ນັກຮົບວັດທະນາທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສຶກສາອົບຮົມການ
ເມືອງ-ນຳພາແນວຄິດ ແລະ ສ້າງຂະບວນການ, ຊຸກຍູ້ນຳພາ-ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເປັນເຈົ້າການສຶກສາອົບຮົມໃຫ້ສະມາຊິກພັກ, ພະ
ນັກງານ-ນັກຮົບເປັນປະຈຳດ້ວຍຫຼາຍຮູບການ ເຊັ່ນ: ຈັດຕັ້ງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຂອງອົງການຈັດຕັ້ງມະຫາຊົນ ແລະ
ຜົນສຳເລັດໃນການກໍ່ສ້າງທາງລົດໄຟ ລາວ-ຈີນ, ເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການສະກັດ
ກັ້ນແກ້ໄຂບັນຫາຢາເສບຕິດ, ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI, ເອກະສານອົບຮົມການເມືອງ-ນຳພາ
ແນວຄິດທົ່ວກອງທັບໃນໄລຍະໄໝ່, ວຽກງານໂຄສະນາ, ຮັບ ແລະ ແຈກຢາຍປຶ້ມວາລະສານຕ່າງໆ ຈຳນວນ 320 ຫົວ, ໜັງສືພິມ 10.950 ສະບັບ
ເຄື່ອນໄຫວເກັບກຳຂໍ້ມູນຂ່າວສານ, ຖ່າຍທຳວິດີໂອ, ຂຽນບົດຂ່າວສົ່ງອອກວິທະຍຸ, ໂທລະພາບ, ໜັງສືພິມກອງທັບ ໄດ້ 65 ບົດຂ່າວ, ວຽກງານກໍ່ສ້າງ
ພັກ, ພະນັກງານ, ໄດ້ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກວາງອອກຢ່າງເຂັ້ມງວດ ແລະ ທົ່ວຄະນະພັກອົງການກົມໃຫຍ່ພະລາທິການ, ມີ
ສະມາຊິກພັກທັງໝົດ 3.947 ສະຫາຍ, ຍິງ 1.659 ສະຫາຍ, ມີ 2 ຄະນະພັກ, 11 ຄະນະພັກຮາກຖານ, 36 ໜ່ວຍພັກເອກະລາດ ແລະ 135 ໜ່ວຍຂຶ້ນ
ກັບຄະນະພັກຮາກຖານ, ໄດ້ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການພັກໜ່ວຍພັກ 40 ໜ່ວຍພັກ, ສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ 152 ສະ
ຫາຍ, ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 184 ສະຫາຍ, ສະມາຊິກພັກຍົກຍ້າຍອອກ 127 ສະຫາຍ, ຍົກຍ້າຍເຂົ້າມາ 71 ສະຫາຍ, ການຕີ
ລາຄາແບ່ງ
ປະເພດໜ່ວຍພັກ ແລະ ສະມາຊິກພັກທັງໝົດ 176 ໜວ່ຍ, ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 162 ໜ່ວຍເທົ່າກັບ 92%, ກາງ
14 ໜ່ວຍ
ເທົ່າກັບ 7%, ອ່ອນ 2 ໜ່ວຍ ເທົ່າກັບ 1 %, ສະມາ ຊິກພັກແຂງ 3.613 ສະຫາຍ ເທົ່າກັບ 92%, ກາງ 178 ສະຫາຍ ເທົ່າກັບ 5%, ອ່ອນ
2 ສະຫາຍ
ເທົ່າກັບ 0,5%, ບໍ່ໄດ້ແບ່ງ 154 ສະຫາຍ ເທົ່າກັບ 4%, ວຽກງານແກ້ໄຂຊີວິດການເປັນຢູ່ ແລະ ສ້າງລາຍຮັບ, ໄດ້ຊຸກຍູ້, ຊີ້ນຳບັນດາຫົວ
ໜ່ວຍການຜະລິດກົມກອງຢູ່ຂັ້ນກະຊວງໃນການປະຕິບັດຕົວເລກຄາດໝາຍດ້ານການປູກຝັງ-ລ້ຽງສັດ ແລະ ການສ້າງລາຍຮັບຕາມແຜນການຂອງຂັ້ນເທິງ
ທີ່ວາງໄວ້,
ໂດຍສະເພາະສຸມໃສ່ປັບປຸງບາງຫົວໜ່ວຍການຜະລິດຢ່າງຮອບດ້ານ. ຈາກນັ້ນ, ກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດສະຫຼຸບ
ແລະ ທິດທາງແຜນການວຽກງານໃນຕໍ່ໜ້າຢ່າງກົງໄປກົງມາດ້ວຍຄວາມເປັນເອກະພາບສູງ. ພ້ອມດຽວກັນນັ້ນ, ຄະນະບໍລິຫານງານພັກ ກໍໄດ້ລາຍງານຫຍໍ້
ກ່ຽວກັບສະພາບການເຄື່ອນໄຫວວຽກງານດ້ານຕ່າງໆຢູ່ພາຍໃນກົມກອງຂອງຕົນຕໍ່ກອງປະຊຸມດັ່ງກ່າວໄດ້ຮັບຮູ້ເຖິງແບບແຜນວິທີນຳພາ, ຂໍ້ສະດວກ, ດ້ານ
ດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນແຕ່ລະໄລຍະ, ເຊິ່ງທິດທາງລວມ ແລະ ຄາດໝາຍສູ້ຊົນທີ່ຈະຕ້ອງສຸມໃສ່ໃນ 6 ເດືອນຕົ້ນປີ
2023,
ແມ່ນສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ
ປ້ອງກັນປະເທດ, ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, ບົນຈິດໃຈບຸກທະລຸເຂົ້າໃນແຜນງານໃຫຍ່ທີ 3 ໃຫ້ມີທ່າກ້າວຂະຫຍາຍຕົວສູງ
ຂຶ້ນ ແລະ
ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ໃຫ້ມີຜົນສຳເລັດເປັນກ້າວໆ.
ແຫຼ່ງທີ່ມາ: ຄຳປະສົງ ລາດສະວົງ
ວັນທີ 27/01/2023