ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະເທດ​ ຕ້ອນຮັບ

ຫົວໜ້າ​ການເມືອງ ​ວິທະຍາຄານ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ


    ວັນ​ທີ 23 ທັນວາ 2022 ນີ້, ຢູ່​ທີ່​ກະຊວງປ້ອງ​ກັນ​ປະເທດ, ສະຫາຍ ​ພົນຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ພ້ອມ​ດ້ວຍ ​ຄະນະ ໄດ້​ໃຫ້ການຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບຂອງ ສະຫາຍ ພົນ​ໂທ ເລື່ອງ ດິງ​ຮົງ ຫົວໜ້າ​ການເມືອງ​ວິທະຍາຄານ​ປ້ອງ​ກັນຊາດ ​ສສ ຫວຽດນາມ ​ພ້ອມ ​ດ້ວຍ​ຄະນະ, ເນື່ອງ​ໃນ​ໂອກາດ​ເດີນທາງມາ​ຢ້ຽມຢາມພົບ​ປະ​ອະດີດ​ນັກ​ສຶກ​ສາ​ລາວ​ທີ່​ເຄີຍ​ສຶກ​ສາ​ຢູ່​ວິທະຍາຄານ​ປ້ອງກັນຊາດ ​ສສ ຫວຽດນາມ ​ໃນ​ລະຫວ່າງ ວັນ​ທີ 22-24 ທັນວາ 2022 ນີ້.

     ໃນ​ໂອກາດ​ດັ່ງກ່າວ​ນີ້, ສະຫາຍ ພົນ​ຕີ ວົງ​ຄຳ ​ພົມ​ມະກອນ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນອົບ​ອຸ່ນ ແລະ ສະໜິດ ສະໜົມ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ເຮັດ​ວຽກ​ຢູ່ ​ສປປ ລາວ ຂອງຄະນະ​ຜູ້​ແທນ​ວິທະຍາຄານ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ​ ໃນ​ຄັ້ງ​ນີ້ ເຊິ່ງ​ໄດ້​ປະ ກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ນາຍ​ທະຫານ​ລາວ​ໃນ​ໄລຍະ​ຜ່ານ​ມາ, ທັງ​ເປັນ​ການ​ປະກອບ ສ່ວນ​ສຳ​ຄັນ​ເຂົ້າ​ໃນການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະ ​ພາບ​ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສອງ​ຊາດ, ສອງ​ກອງທັບ ລາວ-ຫວຽດນາມ ພ້ອມ​ທັງ​ອວຍພອນ​ ໃຫ້​ຄະນະ​ຜູ້​ແທນ​ວິທະຍາຄານ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ​ ໃນ​ການ​ເດີນທາງ​ມາ​ຢ້ຽມຢາມຄັ້ງ​ນີ້​ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ.

     ສະຫາຍ ພົນ​ໂທ ເລື່ອງ ດິງ​ຮົງ ໄດ້​ກ່າວ​ສະແດງ​ຄວາມຂອບໃຈ​ຕໍ່ ສະຫາຍຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ສະໜິດສະໜົມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກແພງ ພ້ອມ​ທັງ​ລາຍ​ງານຜົນ​ຂອງ​ການເຂົ້າ​ພົບ​ປະ​ອະດີດ​ນັກ​ສຶກ​ສາ​ລາວ​ທີ່​ເຄີຍ​ສຶກ​ສາ ຢູ່​ວິທະຍາຄານປ້ອງ​ກັນ​ຊາດ ​ສສ ຫວຽດນາມ ໃຫ້​ສະຫາຍ​ຮອງລັດຖະມົນຕີ​ຮັບ​ຊາບ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2022