ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ລາຍ​ງານ​ການ​ກະກຽມ​ຄວາມ​ພ້ອມ​ເປັນ​ເຈົ້າພາບ ແລະ ປະທານ​ອາ​ຊຽນ


    ໃນ​ວັນ​ທີ 24 ມັງກອນ 2023 ນີ້, ຢູ່​ທີ່​ສະໂມສອນຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ກອງ​ປະຊຸມລາຍ​ງານ​ຄວາມ​ຄືບ​ໜ້າ​ໃນ​ການ​ກະກຽມ​ ຄວາມ​ພ້ອມ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ ແລະ ປະທານ​ອາ​ຊຽນ ຂອງ​ກອງທັບ​ປະຊາຊົນ​ລາວ ໃນ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ບັນດາ​ ຄະນະ​ກຳມະການ, ອາ​ນຸ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ຕ່າງໆເຂົ້າ​ຮ່ວມ.

     ພັນ​ໂທ ທວນ​ຄຳ ສຸກ​ຈະເລີນ ຫົວໜ້າ​ພະແນກການ​ເມືອງ ແລະຄວາມ​ໝັ້ນຄົງ​ອາ​ຊຽນ, ກົມ​ພົວພັນ​ຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້​ຂຶ້ນ​ລາຍ​ ງານ​ແຜນການໃນ​ການ​ກະກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ ແລະ ເປັນ​ປະທານ​ອາ​ຊຽນ ຂອງ​ກອງທັບ​ປະຊາຊົນ​ລາວ​ ໃນ​ປີ 2024 ເຊິ່ງ​ໃນ​ນັ້ນ​ປະ ກອບ​ມີ: ຂັ້ນ​ວິຊາ​ການ ມີ​ກອງ​ປະຊຸມ​ວິຊາ​ການ​ເຈົ້າ​ໜ້າທີ່​ອາວຸໂສ​ປ້ອງ​ກັນ​ຊາດ​ປະເທດ​ອາ​ຊຽນ, ກອງ​ປະຊຸມ​ວິຊາ​ການ​ເຈົ້າ​ໜ້າທີ່​ອາວຸໂສ​ປ້ອງ​ກັນ​ຊາດ​ປະເທດ ​ ອາ​ຊຽນ-ບວກ, ກອງ​ປະຊຸມ​ປຶກ​ສາ​ຫາລື​ເຈົ້າ​ໜ້າທີ່​ປ້ອງ​ກັນ​ຊາດ​ໃນ​ຂອບ​ເວທີພາກ​ພື້ນ​ອາ​ຊຽນ, ກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊ່ຽວຊານ​ໃນ​ຂອບ​ກອງ​ປະຊຸມ​ລັດຖະ ມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ-ບວກ, ຂັ້ນ​ຫ້ອງ​ວ່າການ ແລະ ຫົວໜ້າ​ກົມ ມີ: ກອງ​ປະຊຸມ​ວິຊາ​ການ​ເຈົ້າ​ໜ້າທີ່​ອາວຸໂສ​ປ້ອງ​ກັນ​ຊາດ​ປະເທດ​ອາ​ຊຽນ, ກອງ​ປະ ຊຸມ​ວິຊາ​ການ​ເຈົ້າ​ໜ້າທີ່​ອາວຸໂສ​ປ້ອງ​ກັນ​ຊາດ​ປະເທດ​ອາ​ຊຽນ-ບວກ, ກອງ​ປະຊຸມ​ຫົວໜ້າ​ສືບ​ຂ່າວ​ທະຫານ​ອາ​ຊຽນ, ກອງ​ປະຊຸມ​ຫົວໜ້າ​ສູ້​ຮົບ​ອາ​ຊຽນ, ກອງ​ ປະຊຸມ​ນະໂຍບາຍ ແລະ ຄວາມ​ໝັ້ນຄົງ ໃນ​ຂອບ​ເຂດ​ເວທີ​ອາ​ຊຽນ, ກອງ​ປະຊຸມ​ປະຈຳ​ປີເຄືອ​ຂ່າຍ​ສະ​ຖາ​ບັນ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນຄົງ​ອາ​ຊຽນ ແລະ ກອງ​ປະຊຸມເຄືອ​ຂ່າຍ​ສະ​ຖາ​ບັນ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນຄົງ​ອາ​ຊຽນ​ວົງ​ແຄບ, ຂັ້ນ​ລັດຖະມົນຕີ ແລະ ຫົວໜ້າ​ກົມ​ໃຫຍ່​ເສນາ: ມີ​ກອງ​ປະຊຸມ​ລັດຖະມົນ ຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ, ກອງ​ປະຊຸມ​ລັດ​ຖະ​ມົນ​ປ້ອງ​ກັນ​ປະເທດ​ອາຊຽນ-ບວກ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ​ວົງ​ແຄບ, ກອງ​ປະຊຸມ​ບໍ່​ ເປັນ​ທາງ​ການລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ+1 ແລະ ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ອາ​ຊຽນ. ພ້ອມ​ດຽວ​ກັນ​ນັ້ນ, ບັນດາ​ຄະນະ​ກຳມະການ, ອະນຸ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ຕ່າງໆ ກໍໄດ້​ຜັດປ່ຽນ​ກັນ​ຂື້ນ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໃນ​ການ​ກະກຽມ​ຄວາມ​ພ້ອມ​ແຕ່​ລະ​ໜ້າ​ວຽກ​ຂອງ​ຕົນ.

     ໂອກາດ​ນີ້, ສະຫາຍປະທານ ກໍ​ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່ຄະນະ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ດ້ານ​ຕ່າງໆ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ ແລະ ມອບ​ໝາຍ ຈົ່ງ​ພ້ອມ​ກັນ ​ກະກຽມ ແລະ ສືບຕໍ່​ດຳເນີນ​ຕາມ​ແຜນການ ເປັນຕົ້ນ​ແມ່ນ ດ້ານ​ງົບປະມານ, ພາຫະນະ​ເຕັກນິກ, ສະຖານທີ່​ພັກ ແລະ ເຄື່ອງຮັບ​ໃຊ້​ວຽກ​ງານ​ຕ່າງໆ, ປະສານ ​ສົມທົບ​ກັບ​ບັນດາ​ປະເທດ​ອາ​ຊຽນ​ໃນ​ການ​ພົວພັນ​ວຽກ​ງານ ເພື່ອ​ເຮັດ​ໃຫ້ການ​ເປັນ​ເຈົ້າພາບ ແລະ ປະທານ​ອາ​ຊຽນ​ຂອງ​ກອງທັບ​ປະຊາຊົນ​ລາວ ໃນ​ປີ 2024 ນີ້​ ໃຫ້​ໄດ້​ຮັບ​ໝາກຜົນ​ສູງ.

ແຫຼ່ງທີ່ມາ: ອານຸສອນ
ວັນທີ 25/01/2023